ປຸກລະດົມລາຍການສົ່ງ ຂໍ້ຄວາມກຸສົນເພື່ອຜູ້ ປະສົບເຄາະຮ້າຍຈາກ ທາດພິດສີສົ້ມປີ 2013

ປຸກລະດົມລາຍການສົ່ງ ຂໍ້ຄວາມກຸສົນເພື່ອຜູ້ ປະສົບເຄາະຮ້າຍຈາກ ທາດພິດສີສົ້ມປີ 2013 - ảnh 1

(ພາບ:vietnamnet.vn)

(vovworld)-​  ​ເນື່ອງ​ໃນ​ໂອກາດ​ວັນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ (ຄື​ວັນ​ທີ 8/8), ຕອນ​ເຊົ້າວັນ​ທີ 8/8, ຢູ່​ຮ່າ​ໂນ້ຍ, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ ຫວຽດນາມ ສົມທົບ​ກັບ​ປະຕູ​ຖານ​ຂໍ້​ມູນ​ມະນຸ​ດສະ​ທຳ​ແຫ່ງ​ຊາດ 1400 ​ໄດ້​ຈັດການ​ປະຊຸມ​ຂ່າວ​ປຸກລະດົມ “ລາຍການ​ສົ່ງ​ຂໍ້ຄວາມ​ກຸສົນປີ 2013“ ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ່ 1/8-30/9/2013. ນີ້​ແມ່ນ​ການ​ເຄື່ອນ​ໄຫວມີ​ລັກສະນະ​ມະນຸ​ດສະ​ທຳ, ປຸກລຸກ​ມູນເຊື້ອ​ຮັກ​ແພງ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ, ຂົນຂວາຍ​ທຸກ​ແຫຼ່ງກຳລັງ​ຂອງ​ສັງຄົມ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ຊ່ວຍ​ເຫຼືອສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ. ທ່ານ​ພົນ​ຕີ​ຫງວຽນ​ເທ​ລຶກ ຮອງ​ປະທານ​ສະມາຄົມສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ປີ​ນີ້, ພວກ​ຂ້າພະ​ເຈົ້າສູ້​ຊົນ​ຈຸດໝາຍ​ຈະ​ຂົນຂວາຍ​ຈຳນວນ​ເງິນ 130 ຕື້​ດົ່ງ​​ໃຫ້ໄດ້​ຈາກ​ບັນດາແຫຼ່ງກຳລັງ​ທີ່​ແຕກ​ຕ່າງ​ກັນ. ຈຳນວນ​ເງິນ​ດັ່ງກ່າວ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ສູນ​ເບີ່​ງ​ແຍງ​ດູ​ແລຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ 10 ​ແຫ່ງ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 800 ຫລັງ, ມອບ​ທຶນສຶກສາ​ໃຫ້ 10.000 ຄົນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ 1000 ຄົນ, ກວດ, ປິ່ນປົວ​ພະຍາດ​ໃຫ້ 5000 ​ເທື່ອ​ຄົນ…“

 

 

ຂ່າວ/ບົດ​ອື່ນ