ປຊຊ ກ່ວາ 6 ລ້ານເທື່ອຄົນ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

ປຊຊ ກ່ວາ 6 ລ້ານເທື່ອຄົນ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1

(ພາບປະກອບ)

(vovworld)- ພາຍ​ຫຼັງ​ໄດ້​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ເປັນ​ເວລາ 2 ​ເດືອນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ​ໄດ້​ຮັບ​ຄຳ​ເຫັນ​ຂອງ​ກ່ວາ 6 ລ້ານ​ເທື່ອ​ຄົນ​ປະກອບ​ເຂົ້າ​ໃນຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ນັ້ນ​ແມ່ນ​ຂ່າວ​ຖືກ​ປະກາດ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ໄຕ​ມາດ​ທີ 1 ປີ 2013 ຂອງກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ຊື່​ງຈັດ​ຂຶ້ນ​ໃຕ​ອນ​ເຊົ້າວັນ​ທີ 12/4 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ, ທ່ານ ດ່າວຈູງ​ຈິງ, ຮອງ​ຫົວໜ້າ​ກົມ​ໃຫ່ຍຄຸ້ມ​ຄອງ​ທີ່​ດິນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມຫວຽດນາມ ​ໃຫ້​ຮູ້ວ່າ: ສອງ​ເນື້ອ​ໃນ​ໃນ​ຮ່າງ​ກົດໝາຍ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ຫຼາຍ​ກ່ວາ​ໝູ່​ແມ່ນ​ບັນຫາ​ຖອນ​ຄືນ​ທີ່​ດິນ, ການ​ຊົດ​ເຊີຍ​ໜູນ​ຊ່ວຍ​ການ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ຂະນະ​ທີ່​ລັດ​ຖອນ​ຄືນ​ທີ່​ດິນ. ມອບ​ທີ່​ດິນ, ​ໃຫ້​ເຊົ່າ​ທີ່​ດິນ ​ແລະ ຫັນປ່ຽນ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ. ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ​ໃຫ້​ຮູ້​ວ່າ: ພວມ​ຮີບ​ເຮັ່ງ​ເພີ່ມ​ເຕີມ, ປັບປຸງ​ຕາມ​ຄຳ​ເຫັນຂອງ​ປະຊາຊົນ​ເພື່ອ​ສືບ​ຕໍ່​ສຳ​ເລັດຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ສະ​ໄໝ​ປະຊຸມ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.



ຂ່າວ/ບົດ​ອື່ນ