ປະກາດ 10 ເຫດການສຳຄັນດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ຜົ້ນເດັ່ນໃນປີ 2012

ປະກາດ 10 ເຫດການສຳຄັນດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ຜົ້ນເດັ່ນໃນປີ 2012 - ảnh 1
(ພາບ: sggp.org.vn)

(vovworld) -     10 ​ເຫດການ​ສຳຄັນດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ຜົ້ນ​ເດັ່ນຂອງ​ຫວຽດນາມ ​ໃນ​ປີ 2012 ​ ​​ໂດຍນັກ​ຂ່າວ​ເກືອບ 50 ຄົນ​ເຊິ່ງຂຽນ​ສະ​ເພາະ​ກ່ຽວ​ກັບ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເລືອກ​​ເຟັ້ນ ​ແລະ ປະກາດ​ໃນ​ວັນ​ທີ 26/12. ​ໃນ​ນັ້ນ, ​ເຫດການ​ຜົ້ນ​ເດັ່ນນັ້ນ​ແມ່ນ​ການ​ປະກາດ​​ໃຊ້ມະຕິ​ສູນ​ກາງ​ຄັ້ງ​ທີ 6 (ຊຸດ​ທີ 11) ກ່ຽວ​ກັບ​ການ​ພັດທະນາ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຮັບ​ໃຊ້​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່​ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ນອກຈາກ​ນັ້ນ, ຍັງ​ມີ​ບັນດາ​ເຫດການ​ຄື: UNESCO ຮັບ​ຮອງ ການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ຢູ່​ແຂວງ ຟຸ໋ທໍ້ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ, 15 ປີ​ນຳ​ໃຊ້ອີນ​ເຕີ​ແນ​ດຢູ່ຫວຽດນາມ; ກິດຈະກຳ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ເຊີນ​ລາ ສຳ​ເລັດ​ກ່ອນ​ກຳນົດ​ເວລາ 3 ປີ; ສະຖາ​ບັນ​ໂລ​ຫິດ ​ແລະ ສົ່ງ​ເລືອດ​ສູນ​ກາງ ສືບ​ຕໍ່ປູກຈຸ​ລັງໃຫ້​ແກ່​ຄົນ​ເປັນພະຍາດ​ໂລກ​ມະ​ເຮັງ​ເລືອດສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ