ປະກາດດັດຊະນີປະຕິຮູບດ້ານບໍລິຫານ

ປະກາດດັດຊະນີປະຕິຮູບດ້ານບໍລິຫານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ກ່າວຄຳເຫັນນະພິທີ
ພາບ: internet


(vovworld) - ພິທີ​ປະກາດ​ ດັດຊະນີ​ປະຕິ​ຮູບ​ດ້ານ​ບໍລິຫານ ​ໄດ້​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/12 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ມາດຖານ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ຊ່ວຍ​ລັດຖະບານ​ຕິດຕາມ, ຕີ​ລາຄາ, ຈັດ​ອັນ​ດັບ​ບັນດາ​ກະຊວງ, ​ແຂວງ​ຕ່າງໆ​ໃນ​ການ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ປະຈຳ​ປີ. ລະອຽດຄື: ສຳລັບ​ຂັ້ນ​ກະຊວງ, ໝາກຜົນ​ແຫ່ງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ປະຈຳ​ປີ​ລະຫວ່າງ​ບັນດາ​ກະຊວງ, ​ແຂວງ​ຕ່າງໆ​ໄດ້​ຮັບ​ການ​ຕີ​ລາຄາ​ຜ່ານ 7 ຂົງ​ເຂດ, ​ໃນ​ນັ້ນ ມີ​ວຽກ​ງານ​ຊີ້​ນຳ, ບໍລິຫານ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ສ້າງ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ກົດໝາຍ​ຂຶ້ນ​ກັບ​ຂອບ​ເຂດບໍລິຫານ​ລັດ​ຂອງ​ກະຊວງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ຖ້າ​ຫາກ​ກົງຈັກ​ຂອງ​ພວກ​ເຮົາຍັງ​ບໍ່​ທັນ​ຮັບ​ຮູ້​ໄດ້​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ສຳລັບ​ວຽກ​ງານ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ຢ່າງ​ລະອຽດ​ຈຳ​ເປັນ​ໃຫ້​ບຸລິມະສິດ​ແກ້​ໄຂ ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຍັງ​ຄົງ​ແມ່ນ​ຮູບ​ການ, ບໍ່​ແທດ​ຈິງ. ສະ​ນັ້ນ ຮຽກຮ້ອງ​ໃຫ້​ກະຊວງ​ພາຍ​ໃນ ​ແລະ ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງຖິ່ນ ຄວນ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງວ່າ ຄຽງ​ຄູ່​ກັບ​ດັດຊະນີ​ຕີ​ລາຄາ​ໝາກຜົນ​ການ​ປະຕິ​ຮູບ​ໄດ້​ຮັບ​ການ​ປະກາດ​ນັ້ນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເນື້ອ​ໃນ​ປະຕິ​ຮູບ​ດ້ານ​ບໍລິຫານ​ໃນ​​ແຕ່ລະ​ໄລຍະ.”

 

ຕອບກັບ

ຂ່າວ/ບົດ​ອື່ນ