ປະກາດບົດລາຍງານປ່ຽນແປງຄວາມຮູ້ສຶກກ່ຽວກັບລັດແລະຕະຫຼາດປີ2014

ປະກາດບົດລາຍງານປ່ຽນແປງຄວາມຮູ້ສຶກກ່ຽວກັບລັດແລະຕະຫຼາດປີ2014 - ảnh 1
(ພາບປະກອບ:ອິນເຕີເນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ໄດ້​ສົມທົບ​ກັບ​ທະນາຄານ​ໂລກ​ ປະຈຳ​ຫວຽດນາມ ປະກາດ​ບົດ​ລາຍ​ງານ “ການ​ປ່ຽນ​ແປງ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ລັກ ​ແລະ ຕະຫຼາດ​ຂອງ​ຊາວ​ຫວຽດນາມ ປີ 2014” (CAMS 2014). ບົດ​ລາຍ​ງານ​ນີ້​ສ່ອງ​ແສງ​​ຄວາມ​ຮູ້ສຶກ​ຂອງປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ບັນດາ​ສ່ວນ​ບຸກ​ຄົນ​ອື່ນໆ​ທີ່​ມາ​ຈາກ​ຫຼາຍ​ພາກ​ສ່ວນທີ່​ແຕກ​ຕ່າງ​ກັນ​ໃນພື້ນຖານ​ເສດຖະກິດ ກ່ຽວ​ກັບ​ວິວັດ​ການ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຕະຫຼາດ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ຫວູຕ໋ຽນ​​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ຖື​ວ່າ:

  “ໝາກ​ພົນ​ແຫ່ງ​ການ​ສຳ​ຫຼວດ CAMS 2014 ​ໃຫ້​ເຫັນວ່າ: ປະຊາຊົນ​ຫວຽດນາມ ສ່ວນ​ຫຼາຍ​ສະໜັບສະໜູນ​ຮູບ​ແບບ​ເສດຖະກິດ​ຕະຫຼາດ, ​ແຕ່​ປະຊາຊົນ​ກໍ​ເຫັນ​ໄດ​້ລະບົບ​ເສດຖະກິດ​ຕະຫຼາດ​ບໍ່​ທັນ​ຄົບ​ຖ້ວນ. ອັນ​ໄດ້​ພາ​ໃຫ້​ດ້ານ​ທີ່​ດີ​ຂອງ​ຕະຫຼາດ​ບໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ດ້ານ​ທີ່​ຂາດ​ຕົກ​ພົກ​ພ່ອງຂອງ​ຕະຫຼາດ​ໄດ້​ຮັບ​ການ​ຄວບ​ຄຸມ ​ແລະ ​ແກ້​ໄຂ​ຢ່າງ​ຊັກ​ຊ້າ. ​ໃນ​ເງື່ອນ​ໄຂ​ນັ້ນ, ສະພາບ​ຕົວ​ຈິງ​ໃຫ້​ເຫັນ​ວ່າ: ມາດ​ຕະການ​ພື້ນຖານ​ບໍ່​ແມ່ນ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ແຊກ​​ແຊງ​ຂອງ​ລັດ, ​ແຕ່ຕົ້ນຕໍ​ແມ່ນຍູ້​ແຮງ​ວິວັດ​ການ​ປະຕິ​ຮູບ, ປັບປຸງ​ລະບອບ​ເສດຖະກິດ​ຕະຫຼາດ​ຫຼີກ​ເວັ້ນສະພາບຕິດ​ຂັດລະຫວ່າງ 2 ລະບົບ​ເຄື່ອນ​ໄຫວ​ເສດຖະກິດ.”

ຂ່າວ/ບົດ​ອື່ນ