ປະກາດບັນດານັກອຸປະຖຳໃຫ້ປີ APEC ຫວຽດນາມ 2017

(VOVWORLD) -ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປະກາດບັນດານັກອຸປະຖຳໃຫ້ປີ APEC 2017.
ປະກາດບັນດານັກອຸປະຖຳໃຫ້ປີ APEC ຫວຽດນາມ 2017 - ảnh 1 (ປະກາດບັນດານັກອຸປະຖຳໃຫ້ປີ APEC ຫວຽດນາມ 2017)

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ປະທານຄະນະກຳມະການແຫ່ງຊາດ APEC 2017, ຢືນຢັນວ່າ, ຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC 2017 ນັ້ນແມ່ນປະຕິບັດນະໂຍບາຍເພີ່ມທະວີການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ສະແດງໃຫ້ເຫັນຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າໃນປະຊາຄົມສາກົນ ແລະ ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສະແດງໃຫ້ໂລກເຫັນໄດ້ປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ພັດທະນາຢ່າງແຮງ ແລະ ໃນນັ້ນມີວົງການນັກທຸລະກິດຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ... ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ກ່າວວ່າ.

        “ການປະກອບສ່ວນ, ກ່ອນອື່ນໝົດແມ່ນແຫຼ່ງກຳລັງຂອງລັດ, ລັດຖະບານ. ນອກນັ້ນ, ການປະກອບສ່ວນຮ່ວມເດີນທາງຂອງບັນດາວິສາຫະກິດ, ນັກອຸປະຖຳກໍມີຄວາມໝາຍສຳຄັນພິເສດ. ການປະກອບສ່ວນຂອງບັນດານັກອຸປະຖຳບັນລຸລະດັບສະຖິຕິສູງສຸດນັບແຕ່ກອນມາຮອດປະຈຸບັນໃຫ້ແກ່ບັນດາກອງປະຊຸມ ເຊິ່ງພວກເຮົາຈັດຕັ້ງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ, ຂອງບັນດານັກອຸປະຖຳຕໍ່ນະໂຍບາຍຂອງພັກ ແລະ ລັດ”.

        ຕາມການປະກາດຂອງຄະນະຂົນຂວາຍອຸປະຖຳຄະນະກຳມະການແຫ່ງຊາດ APEC 2017 ແລ້ວ, ໄລ່ຮອດຈຸດເວລານີ້, ມີ 31 ນັກອຸປະຖຳໄດ້ລົງນາມໃນສັນຍາອຸປະຖຳ.

ຕອບກັບ

ຂ່າວ/ບົດ​ອື່ນ