ປະກາດຟິມຮູບເງົາ “ໂຮ່ຈີມິນ: ພັນລະນາຮູບພາບຂອງນັການເມືອງ”

(VOVWORLD) -ຟິມຮູບເງົາ “ໂຮ່ຈີມິນ:ພັນລະນາຮູບພາບຂອງນັກການເມືອງ”ໄດ້ວາດພາບເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ນັບແຕ່ເລື່ອງ ເພິ່ນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ Tours ເມື່ອປີ 1920 ຕະຫຼອດຮອດບັນດາການເຄື່ອນໄຫວຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ໃນນັ້ນມີຂ່າວຄາວ ແລະ ຮູບພາບຫຼາຍຢ່າງເປັນຄັ້ງທໍາອິດ ຈະໄດ້ປະກາດຢູ່ຫວຽດນາມ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ, ກົມສໍາເນົາ ແລະ ເກັບມ້ຽນເອກະສານແຫ່ງລັດ ສັງກັດກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບ ສູນຟິມຮູບເງົາເອກະສານ ແລະ ສາລະຄະດີ - ສະຖານີໂທລະພາບແຫ່ງຊາດຫວຽດນາມ ແນະນໍາເຖິງມະຫາຊົນຫວຽດນາມ ຟິມຮູບເງົາ “ໂຮ່ຈີມິນ:ພັນລະນາຮູບພາບຂອງນັກການເມືອງ”. ຟິມຮູບເງົາດັ່ງກ່າວ ໄດ້ວາດພາບເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ນັບແຕ່ເລື່ອງ ເພິ່ນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ Tours ເມື່ອປີ 1920 ຕະຫຼອດຮອດບັນດາການເຄື່ອນໄຫວຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ໃນນັ້ນມີຂ່າວຄາວ ແລະ ຮູບພາບຫຼາຍຢ່າງເປັນຄັ້ງທໍາອິດ ຈະໄດ້ປະກາດຢູ່ຫວຽດນາມ.

        ຟິມຮູບເງົາດັ່ງກ່າວ ແມ່ນນັກກໍາກັບ Gérard Guillaume ຊາວຝລັ່ງ ຜະລິດ ເມື່ອປີ 1973 ແລະ ເປັນລິຂະສິດຂອງ ອົງການ Ciné – Archives (ຫໍສະໝຸດຟິມຮູບເງົາ ຂອງພັກກອມມູນິດ ຝລັ່ງ).


ຕອບກັບ

ຂ່າວ/ບົດ​ອື່ນ