ປະກາດລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງ ການທູດຫງວຽດນາມ-ອັງກິດ

ປະກາດລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງ ການທູດຫງວຽດນາມ-ອັງກິດ - ảnh 1

(ພາບປະກອບ:tinmoi.vn)

(vovworld): ​ຕອນ​ຄ່ຳວັນ​ທີ 14/1, ກົງ​ສູນ​ໃຫ່ຍອັງກິດ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ປະກາດ​ລາຍການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນທາງ​ການ​ທູດ​ລະຫວ່າງ​ລາຊະ​ອານາຈັກ​ອັງກິດ-​ຫວຽດນາມ. ນີ້​ແມ່ນ​ເຫດການ​ເປີດ​ສາກ​ລາຍການ​ສັງ​ລວມສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ຊື່​ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຈັດ​ຂຶ້ນ​ໃນ​ຕະຫຼອດ​ປີ 2013 ຢູ່​ທັງ​ສອງ​ປະ​ເທດ. ພົ້ນ​ເດັ່ນ​ແມ່ນ​ເວທີ​ປາ​ໄສ​ການ​ສຶກສາ​ໂລກ​ຢູ່​ອັງກິດ; ສັບປະດາ​ສະ​ແດງ​ຊຸດ​ອາພອນ​ສະ​ໄໝ​ລອນ​ດອນ ​ແລ​ະ ກອງ​ປະຊຸມ​ສຳ​ມະ​ນາ​ສິ່ງ​ແວດ​ລ້ອມ​ໝັ້ນຄົງ​ຢູ່​ຮ່າ​ໂນ້ຍ; ງານ​ມະ​ໂຫນສາຍຟິມຮູບ​ເງົາ​ອັງກິດ ຢູ່​ຫວຽດນາມ ​ແລະ ງານ​ບຸນ​ລະດູ​ແລ້ງ​ຫວຽດນາມ ຢູ່​ອັງກິດ. ບັນດາ​ການ​ເຄື່ອນ​ໄຫວຕົ້ນຕໍ​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ເດືອນ 9/2013 ດ້ວຍ​ສັບປະດາ​ອັງກິດ ຢູ່​ຫວຽດນາມ ​ແລະ ສັບປະດາ​ຫວຽດນາມ ຢູ່​ອັງກິດ ຊື່​ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ວັດທະນະທຳ ​ແລະ ການ​ສຶກສາ. ທ່ານ Douglas Barnes ຫົວໜ້າ​ກົງ​ສູນອັງກິດ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

  “ປີ​ນີ້​ແມ່ນ​ຄົບຮອບ 100 ປີ​ເຕັມ​ແຫ່ງ​ວັນ​ປະທານ​ໂຮ​ຈິ​ມິນ ​ໄປ​ຮອດ​ນະຄອນ​ລອນດອນ. ຢູ່​ໂຮງ​ແຮມ Carlton ຍັງ​ມີ​ປ້າຍ​ສີຂຽວ​ເປັນ​ຂີດ​ໝາຍ​ບ່ອນທີ່​ເພິ່ນ​ເຮັດ​ວຽກ. ບັນດາ​ຊຸມ​ປີ​ຄາວໄວ​ໜຸ່ມ​ຂອງ​ປະທານ​ໂຮ​ຈິ​ມິນ ຢູ່​ລອນ​ດອນ ​ໄດ້​ສ້າງພື້ນຖານ​ຍາວ​ນານ​ໃຫ້​ແກ່ນ້ຳ​ໃຈ​ມິດ​ຕະພາບ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ພ້ອມ​ກັບການເວລາ, ການ​ພົວພັນ​ສອງ​ຝ່າຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ພວກ​ເຮົາ​ໄດ້​ກ້າວ​ເຂົ້າສູ່​ປີ​ທີ 3 ​ແຫ່ງ​ການ​ປະຕິ​ບັດຂໍ້​ຕົກລົງຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໂດຍ​ລັດຖະບານ​ສອງ​ປະ​ເທດ​ລົງ​ນາມ​ເມື່ອ​ປີ 2010, ​ໄດ້​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ພວກ​ເຮົາ​ຈັດ​ພິທີ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ເພື່ອ​ມຸ້ງ​ໄປ​ເຖິງ​ອະນາຄົດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມຸ້ງ​ຫວັງ ​ແລະ ຜົນສຳ​ເລັດ“

ຂ່າວ/ບົດ​ອື່ນ