ປະຊຸມຂ່າວກ່ຽວ ກັບໝາກຜົນສົ່ງ ເສີມການລົງທຶນຢູ່ ແຂວງ ກວາງນິນ ປີ 2012

ປະຊຸມຂ່າວກ່ຽວ ກັບໝາກຜົນສົ່ງ ເສີມການລົງທຶນຢູ່ ແຂວງ ກວາງນິນ ປີ 2012 - ảnh 1
ມີບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ແຂ​ວງກວາງ​ນິນ ກັບ​ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ 19 ສະບັບໄດ້​ຮັບ​ການ​ລົງ​ນາມ
(ພາບ: qtv.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 24/2, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິນ​ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ແຂວງ​ກວາງ​ນິນ ປີ 2012 ​ໃນ​ວັນ​ທີ 23 ​ແລະ 24/2. ຜູ້​ແທນ 1.100 ຄົນ, ​ໃນ​ນັ້ນ​ມີ 500 ​ຄົນແມ່ນ​ຜູ້​ແທນ​ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ແຂວງ​ກວາງ​ນິນ​ ​ໄດ້​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ບັນດາ​​ໂຄງການ​ທີ່​ມີຍອດ​ມູນ​ຄ່າ​ເງິນ​ລົງທຶນ​ກ່ວາ 270 ລ້ານUSD, ມີບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ແຂ​ວງກວາງ​ນິນ ກັບ​ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ 19 ສະບັບໄດ້​ຮັບ​ການ​ລົງ​ນາມ​. ທ່ານ​ ດັ້ງ​ຮູ​ຍ​ເຮົ້າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກວາງ​ນິນ ຢືນຢັນ​ວ່າ: ກອງ​ປະຊຸມ​ໄດ້​ປະສົມ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ທ່ານ​ເວົ້າວ່າ:

“ກອງ​ປະຊຸມ​ໄດ້​ຮັບການ​ສະໜັບສະໜູນ​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ສະພາ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ແຂວງ ກວາ​ງນິນ, ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ກອງ​ປະຊຸມ. ນີ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ເພື່ອ​​ໃຫ້ກອງ​ປະຊຸມ​ປະສົບ​ຜົນສຳ​ເລັດ. ປະຊາຊົນ​ກວາງ​ນິນ​ສະໜັບ​ສະ​ໜູນ​ກອງ​ປະຊຸມ​ຫຼາຍ”

ຂ່າວ/ບົດ​ອື່ນ