ປະ​ຊາ​ຄົມ​ ຊາວ​ຫວຽດ​ນາມ ອາ​ໄຊ​ຢູ່​ຕ່າງ​ປະ​ເທດ​ຕ້ອນ​ຮັບ​ບຸນ​ເຕັດ​ສະຫຼຸ 2021

(VOVWORLD) -ວັນທີ 11 ກຸມພາ (ກົງກັນວັນທີ 30 ບຸນເຕັດ), ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດງາມລ້ຽງສະຫຼອງລະດູບານໃໝ່ ສະຫຼຸ 2021, ໂດຍມີການເຂົ້າຮ່ວມຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຍີ່ປຸ່ນ.
ປະ​ຊາ​ຄົມ​ ຊາວ​ຫວຽດ​ນາມ ອາ​ໄຊ​ຢູ່​ຕ່າງ​ປະ​ເທດ​ຕ້ອນ​ຮັບ​ບຸນ​ເຕັດ​ສະຫຼຸ 2021 - ảnh 1ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ກ່າວຄຳເຫັນທີ່ງານລ້ຽງ
(ພາບ: TTXVN)

ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຕີລາຄາສູງຈິດໃຈຮັກແພງກັນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກໍ່ຄືຄວາມມານະພະຍາຍາມຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳຍີ່ປຸ່ນ ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນ. ທ່ານກໍ່ຮຽກຮ້ອງໃຫ້ບັນດາພະນັກງານ, ພາລະກອນຂອງສະຖານທູດ ແລະ ບັນດາອົງການຕາງໜ້າອື່ນໆຂອງ ຫວຽດນາມ ປະຈຳ ຍີ່ປຸ່ນ ຈົ່ງສືບຕໍ່ມານະພະຍາຍາມໃນປີ 2021 ເພື່ອປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ມອບໝາຍ. ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ ຢ່າງເລິກເຊິ່ງກ້ວາງຂວາງ.

ໂດຍເຈືອຈານເຂົ້າກັບບັນຍາກາດ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ກັບພໍ່ແມ່ປະຊາຊົນໃນທົ່ວປະເທດ, ຄ່ຳຄືນວັນທີ 11 ກຸ່ມພາ (ກົງກັບວັນທີ 30 ບຸນເຕັດ), ພໍ່ແມ່ປະຊາຊົນ ຊາວຫວຽດນາມ ເປັນຈຳນວນຫຼາຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໄດ້ໄປຍັງບັນດາວັດຂອງຄົນຫວຽດ ຢູ່ນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບປີໃໝ່, ພາວະນາຂໍໃຫ້ມີການຢູ່ເຢັນເປັນສຸກ, ປະເທດ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສືບຕໍ່ບັນລຸໄດ້ໄຊຊະນະຫຼາຍຢ່າງໃນທຸກຂົງເຂດຄື ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງທີ່ຕັ້ງບົດບາດຂອງປະເທດໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ