ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ


ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ - ảnh 1

(ພາບ​ປະກອບ) 

(vovworld)- ຕອນຄ່ຳວັນ​ທີ 27/1, ຢູ່ປັກກິງ ປະເທດຈີນ, ສະຖານທູດຫວຽດນາມ ປະຈຳຈີນໄດ້ຈັດງານລ້ຽງທ້າຍປີ, ອວຍພອນລະດູບານໃໝ່, ປີມະເມຍ 2014 ໂດຍມີການເຂົ້າຮ່ວມຂອງ ປຊຊ ຫວຽດນາມ ອາໄສຢູ່ປັກກິງ ເປັນຈຳນວນຫຼາຍ. ທ່ານຫງວຽນວັນເທີ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ໄດ້ແຈ້ງໃຫ້ ປຊຊ ຊາບກ່ຽວກັບສະພາບພົ້ນເດັ່ນຂອງຫວຽດນາມ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ​ໃນ​ປີຜ່ານມາ ​ແລະ ບາງ​ການ​ກຳນົດ​ທິດ​ໃຫ່ຍ​ໃນການພົວພັນ ລະຫວ່າງ ຫວຽດນາມ-ຈີນ ​ໃນ​​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫງວຽນ​ວັນ​ເທີ​ ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນຕັ້ງໜ້າຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຈີນ, ປະຊາ​ຄົມ​ນັກທຸລະກິດ ​ແລະ ນັກຮຽນ​ນັກ​ສຶກສາ​ຫວຽດນາມ ຢູ່​ຈີນ ​ເຂົ້​າ​ໃນ​ວຽກ​ງານ​ຂອງ​ສະຖານທູດ​ເວົ້າສະ​ເພາະ ​ແລະ ປະ​ເທດ​ຊາດ​ເວົ້າລວມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫງວຽນ​ວັນ​ເທີ ຢືນຢັນ​ວ່າ:

   “​ໃນ​ປີຜ່ານມາ, ອາດ​ເວົ້າ​ໄດ້​ວ່າ, ປຊຊ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຈີນ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ລວມຂອງ​ປະ​ເທດ​ຊາດ. ​ເມື່ອ​ປະ​ເທດ​ຊາດ ​ແລະ ປຊຊ ປະສົບ​ກັບ​ໄພ​ທຳ​ມະ​ຊາດ, ປຊຊ ຫວຽດນາມ ອາ​ໄສ​ຢູ່​ຈີນ ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ​ທັງ​ອາລົມ​ຈິດ​ຄວາມ​ຮັກ​ແພງ ​ແລະ ວັດຖຸ​ສິ່ງ​ຂອງ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ. ຍາມ​ໃດ, ພັກ, ລັດຖະບານ​ກໍ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ຕິດຕາມ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຈີນ, ຕີ​ລາຄາ​ສູງ​ການ​ປະກອບສ່ວນຂອງ ປຊຊ ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ​ແລະ ການສ້າງ​ລັດທິ​ສັງຄົມ​ນິຍົມ​ໃນ​ປະຈຸ​ບັນ“./.

 

ຂ່າວ/ບົດ​ອື່ນ