ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມຢ່າງອົບອຸ່ນ ແລະ ມີຄວາມໝາຍ

ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມຢ່າງອົບອຸ່ນ ແລະ ມີຄວາມໝາຍ - ảnh 1
ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ
ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມຢ່າງອົບອຸ່ນ ແລະ ມີຄວາມໝາຍ
(ພາບ: vietnamplus.vn)


(vovworld) – ຕອນ​ຄໍ່າວັນ​ທີ 12/02, ສະຖານທູດ​ຫວຽດນາມ ປະຈຳ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນ​ເຕັດປີ​ມະ​ແມ ​ໃຫ້ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ອິນ​ໂດ​ເນ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານບັນດາ​ອົງການ​ຕາງ​ໜ້າຫວຽດນາມ ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ, ນັກ​ສຶກສາ, ນັກຮຽນ ທີ່ພວມ​ຮໍ່າຮຽນ ​ແລະ ດຳລົງ​ຊີວິດ​ຢູ່​ອິນ​ໂດ​ເນ​ເຊຍ.

        ກ່າວ​ຄຳ​ເຫັນ​​ໄຂ​ພິທີ​, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ. ຫວຽດນາມ ປະຈຳ​ອິນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖຸຍ ຢືນຢັນ​, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ ​ແລະ ລັດ​ຫວຽດນາມ ​ແມ່ນຍາມ​ໃດ​ກໍ່​ຖື​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ສາມາດ​ຕັກ​ແຍກ​ອອກ​ຈາກ​​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ​ໄດ​້. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອິນ​ໂດ​ເນເຊຍ ສືບ​ຕໍ່​ສາມັກຄີ ​ແລະ ໜູນ​ຊ່ວຍ​ເຊິ່ງກັນແລະ​ກັນ, ປົກ​ປັກຮັກສາ​ສີສັນວັດທະນະທຳ​ຂອງ​ຊາດ, ອວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະ​ເທດ​ຫວຽດນາມ ​ໃຫ້​ນັບມື້​ນັບຮັ່ງ​ມີ, ​ເຂັ້ມ​​ແຂງ; ພ້ອມ​ທັງ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ