ປະຊາຄົມຊາວຫວຽດນາມຢູ່ມາເລເຊຍສະເຫຼີມສະຫຼອງວັນແມ່ຍິງສາກົນ8/3

ປະຊາຄົມຊາວຫວຽດນາມຢູ່ມາເລເຊຍສະເຫຼີມສະຫຼອງວັນແມ່ຍິງສາກົນ8/3 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ລາຍ​ການ

(vovworld) - ຕອນ​ຄ່ຳ​ວັນ​ທີ 4/3, ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ປະ​ຊາ​ຄົມ​ ແລະ ສະ​ໂມ​ສອນ​ແມ່​ຍິງ ຫວຽດ​ນາມ ຢູ່​ມາ​ເລ​ເຊຍ ໄດ້​ສົມ​ທົບ​ກັ​ນ​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາກ​ົນ 8/3. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ເຈີ່ນ​ທິ​ຈາງ, ຫົວ​ໜ້າ​ສ​ະ​ໂມ​ສອນ​ແມ່​ຍິງ ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ເພື່ອ​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ. ທ່ານ​ນາງ ເຈີ່ນ​ທິ​ຈາງ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ແມ່​ຍິງ ໃນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ. ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ​ແມ່​ຍິງ​ຕັ້ງ​ໜ້າ ຮ່ວມ​ແຮງ​ຮ່ວມ​ໃຈ​ໜ​ູນ​ຊ່ວຍ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ພິ​ເສດ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ມີ​ການ​ໜູນ​ຊ່ວຍ​ແທດ​ຈິງ, ທັນ​ການ​ສຳ​ລັບ​ຜູ້​ຖືກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ກໍ່​ທີ່​ພິ​ທີ, ມີ​ຫຼາຍ​ລາຍ​ການ​ສະ​ແດງ​ສີ​ລະ​ປະ​ສ່ວນ​ບຸກ​ຄ​ົນ ແລະ ລວມ​ໝ​ູ່​ຍ້ອງ​ຍໍ​ບົດ​ບາດ​ຂອງ​ແມ່​ຍິງ ທີ່​ໄດ້​ຮັບ​ການ​​ເຂົ້າ​ຮ່ວມ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ.


ຂ່າວ/ບົດ​ອື່ນ