ປະ​ຊາ​ຄົມ​ສາ​ກົນ​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ, ແບ່ງ​ເບົາ​ຄ​ວາມ​ເສົ້າ​ສະຫຼົດ​ໃຈ ແລະ ໜູນ​ຊ່ວຍ​ປະ​ຊາ​ຊົນ ຜູ້​ຖື​ກ​ຜົນ​ເສຍ​ຫາຍ​ຈ​າກ​ພະ​ຍຸ Yagi

(VOVWORLD) -   ພາຍຫຼັງຮູ້ຂ່າວວ່າ ພະຍຸ Yagi ພັດຖະຫຼົ່ມ ຫວຽດນາມ ແຕ່ວັນທີ 06 – 07 ກັນຍາ ແລະ ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ, ຊັບສິນຂອງປະຊາຊົນ ຫວຽດນາມ, ວັນທີ 10 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ເຊັກໂກ Jan Lipavsky, ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີ, ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ.
ປະ​ຊາ​ຄົມ​ສາ​ກົນ​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ, ແບ່ງ​ເບົາ​ຄ​ວາມ​ເສົ້າ​ສະຫຼົດ​ໃຈ ແລະ ໜູນ​ຊ່ວຍ​ປະ​ຊາ​ຊົນ ຜູ້​ຖື​ກ​ຜົນ​ເສຍ​ຫາຍ​ຈ​າກ​ພະ​ຍຸ Yagi - ảnh 1ພະອາຈານໃຫຍ່ ທິກມິງກວາງ ເຈົ້າອາວາດວັດ ເຟີດຕິກ (ພາບ:TTXVN)

ວັນທີ 10 ກັນຍາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ກໍສະແດງຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຜົນເສຍຫາຍຢ່າງໜັກໜ່ວງທັງຊີວິດອິນຊີ ແລະ ຊັບສິນ ໂດຍພະຍຸ Yagi ກໍ່ຂຶ້ນ, ພ້ອມທັງສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຜູ້ປະສົບເຄາະຮ້າຍຈາກພະຍຸຄັ້ງປະຫວັດສາດນີ້. ເວເນຊູເອລາ ຈະສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ພ້ອມແລ້ວໜູນຊ່ວຍ ຫວຽດນາມ ຖ້າມີຄວາມຈຳເປັນ. ສື່ມວນຊົນ ເມັກຊີໂກ ກໍ່ໄດ້ອັບເດັດສະພາບການຂອງພະຍຸ Yagi.

        ໃນວັນດຽວກັນ, ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ ພ້ອມກັບຄະນະກຸສົນ ຂອງວັດ ໄດ້ຮຽກຮ້ອງຜູ້ໃຈບຸນໃຈກຸສົນເຂົ້າຮ່ວມການບໍລິຈາກຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງ, ນະເຂດພາກເໜືອ ຫວຽດນາມ ກໍຄືບາງແຂວງພາກເໜືອຂອງ ລາວ ທີ່ຖືກຜົນກະທົບ. ຫົວໜ້າສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເຊັກໂກ ກໍໄດ້ປຸກລະດົມການຊ່ວຍເຫຼືອຄອບຄົວ ຫວຽດນາມ ທີ່ປະສົບເຄາະຮ້າຍຈາກພະຍຸຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ