ພາບປະກອບ:internet
|
(vovworld)- ໝາກຜົນແຫ່ງການສຳຫລວດຈາກຫາງສຽງ ປະກາດໃນວັນທີ 22/6 ໃຫ້ເຫັນວ່າ: ອຳນາດການປົກຄອງກອງທັບໄທ ຍາດໄດ້ການສະຫນັບສະຫນູນສູງຈາກປະຊາຊົນ ພາຍຫລັງບໍລິຫານປະເທດຊາດມາເປັນເວລາ 1 ເດືອນ. ຕາມການສຳຫລວດທີ່ດຳເນີນໄປແຕ່ວັນທີ 17-21/6, ສະເລ່ຍໃນຈຳນວນ 10 ຄົນຖືກຖາມ ມີ 8 ຄົນສະຫນັບສະຫນູນວິທີບໍລິຫານຂອງສະພາສັນຕິພາບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດ (NCPO) ໃນຫນຶ່ງເດືອນຜ່ານມາ, ປະເທດຊາດໄດ້ກັບຄືນສູ່ຄວາມສັນຕິພາບ ແລະ ບໍ່ເກີດການປະທະກັນ. 65% ຜູ້ຖືກຖາມປາດຖະຫນາວ່າ NCPO ສືບຕໍ່ກຳອຳນາດຈົນເຖິງເມື່ອປະເທດຊາດກັບຄືນສູ່ຄວາມເປັນປົກກະຕິຢ່າງສິ້ນເຊິງ.