ປະຕິກິລິຍາ ຕໍ່ເລື່ອງຈີນ ສ້າງອັນທີ່ເອີ້ນວ່າ “ນະຄອນ ຊານຊາ”

ປະຕິກິລິຍາ ຕໍ່ເລື່ອງຈີນ ສ້າງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” - ảnh 1
ພາບປະກອບ

(vovworld) - ​ທ່ານ Nguyen Chien Thang, ປະທານຄະນະ​ກຳມະການ​ປະຊາຊົນ ​ແຂ​ວງ ​ແຄ໋ງຮ່ວາ ​ໄດ້​ມີ​ຄຳ​ເຫັນຕໍ່​ເລື່ອງ ຈີນ​ໄດ້​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ ຊານ​ຊາ” ວ່າ: ​ເມືອງ​ເກາະ ​ເຈື່ອງ​ຊາ ​ແມ່ນພາກສ່ວນ​ໜຶ່ງ ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຫວຽດນາມ ​ແລະ ສັງ​ກັດສິດ​ຄຸ້ມ​ຄອງ​ບໍລິຫານຂອງ​ແຂວງ ​ແຄ໋ງຮ່ວາ.

ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ແຄ໋ງຮ່ວາ ສຸດ​ທີ່​ບໍ່ພໍ​ໃຈ​ຕໍ່​ເລື່ອງ ຈີນ ຕົກລົງ​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ ຊານ​ຊາ” ດ້ວຍບໍລິ​ເວນ​ຄຸ້ມ​ຄອງ ລວມມີ: ​ເມືອງ​ເກາະ ​ເຈື່​ອງຊາ. ຂໍ້​ຕົກລົງ​ນີ້ ​ໄດ້​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ເຖິງ ອະທິປະ​​ໄຕ​ຂອງ​ຫວຽດນາມ ​ແລະ ບໍ່​ມີ​ຄຸນຄ່າ​ດ້ານ​ກົດໝາຍ. ພວກ​ຂ້າພະ​ເຈົ້າ​ເດັດ​ດຽວ​ຄັດ​ຄ້ານ ​ແລະ ຮຽກຮ້ອງ​ໃຫ້​ຈີນ ຍົກ​​ເລີກ ຂໍ້​ຕົກລົງ​ທີ່​ຜິດພາດ ​ແລະ ​​ໄຮ້​ນິຕິ​ທຳ​​ນີ້, ​ແລະ ບໍ່​ມີ​ການ​ກະທຳ​ໃດໆ ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​​ເຖິງ​ການ​ພົວພັນ, ນ້ຳ​ໃຈ​ມິ​ດຕະພາບ​ລະຫວ່າງປະຊາຊົນ 2 ປະ​ເທດ ​ແລະ ອາ​ລົມ​ຈິດ​ຂອງ ປະຊາຊົນ​ແຂວງ ​ແຄ໋ງຮ່ວາ.

ກ່ຽວຂ້ອງ​ເຖິງເລື່ອງ ຈີນ​ໄດ້​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ ຊານ​ຊາ”  ທ່ານ Van Huu Chien, ປະທານຄະນະ​ກຳມະການ​ປະຊາຊົນ ນະຄອນ ດ່າ​ໜັງ  ​ກໍ​ມີ​ຄຳ​ເຫັນວ່າ: ເມືອງ​ເກາະ ​ຮ່ວາງ​ຊາ ​ແມ່ນພາກສ່ວນ​ໜຶ່ງ ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຫວຽດນາມ ​ແລະ ສັງ​ກັດສິດ​ຄຸ້ມ​ຄອງ​ບໍລິຫານຂອງ​ນະຄອນ ດ່າ​ໜັງ.

ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ດ່າ​ໜັງ ສຸດ​ທີ່​ບໍ່ພໍ​ໃຈ​ຕໍ່​ເລື່ອງ ຈີນ ຕົກລົງ​ສ້າງ​ຕັ້ງອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ ຊານ​ຊາ” ດ້ວຍບໍລິ​ເວນ​ຄຸ້ມ​ຄອງ ລວມມີ: ​ເມືອງ​ເກາະ ​ຮ່ວາງຊາ. ຂໍ້​ຕົກລົງ​ນີ້ ​ໄດ້​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ເຖິງ ອະທິປະ​​ໄຕ​ຂອງ​ຫວຽດນາມ ​ແລະ ບໍ່​ມີ​ຄຸນຄ່າ​ດ້ານ​ກົດໝາຍ. ພວກ​ຂ້າພະ​ເຈົ້າ​ເດັດ​ດຽວ​ຄັດ​ຄ້ານ ​ແລະ ຮຽກຮ້ອງ​ໃຫ້​ຈີນ ຍົກ​​ເລີກ ຂໍ້​ຕົກລົງ​ທີ່​ຜິດພາດ ​ແລະ ​​ໄຮ້​ນິຕິ​ທຳ​ນີ້, ​ແລະ ບໍ່​ມີ​ການ​ກະທຳ​ໃດໆ ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​​ເຖິງ​ການ​ພົວພັນ, ນ້ຳ​ໃຈ​ມິ​ດຕະພາບ​ລະຫວ່າງປະຊາຊົນ 2 ປະ​ເທດ ​ແລະ ອາ​ລົມ​ຈິດ​ຂອງ ປະຊາຊົນ​ນະຄອນ ດ່າ​ໜັງ.

 

 


ຂ່າວ/ບົດ​ອື່ນ