ປະຕິກິລິຍາຂອງ ອີຣັກ ຕໍ່ເລື່ອງ ອາເມລິກາ ຕັດສິນປິດປະຕູສະຖານກົງສູນຢູ່ Basra

(VOVWORLD) -ໃນວັນທີ 29 ກັນຍາ, ກະຊວງການຕ່າງປະເທດ ອີຣັກ ໄດ້ສະແດງຄວາມເສຍດາຍ ຕໍ່ເລື່ອງ ອາເມລິກາ ຕັດສິນປິດປະຕູສະຖານກົງສິນຢູ່ Basra, ທາງພາກໃຕ້ຂອງປະເທດນີ້, ເຊິ່ງເປັນບ່ອນເກີດການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໃນ 2 – 3 ອາທິດມໍ່ໆມານີ້.
ປະຕິກິລິຍາຂອງ ອີຣັກ ຕໍ່ເລື່ອງ ອາເມລິກາ ຕັດສິນປິດປະຕູສະຖານກົງສູນຢູ່ Basra - ảnh 1 ສະຖານກົງສູນອາເມລິກາຢູ່ Basra (ພາບ: gulf - times.com)

        ກ່ອນໜ້ານັ້ນ, ວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່່າງປະເທດ ອາເມລິກາ Mike Pompeo ໄດ້ອອກຄໍາສັ່ງ ຮຽກຮ້ອງໃຫ້ພະນັກງານທຸກຄົນທີ່ເຮັດວຽກຢູ່ສະຖານກົງສູນ ອາເມລິກາ ຢູ່ Basra ຕ້ອງຖອນຕົວອອກຈາກສະຖານທີ່ແຫ່ງນີ້ໃນທັນທີ ແລະ ສະຖານທູດ ອາເມລິກາ ຢູ່  Baghdad ຈະຮັບຜິດຊອບບັນດາການບໍລິການກົງສູນ. ຕາມທ່ານ ລັດຖະມົນຕີີ Pompeo ແລ້ວ, ວໍຊິງຕັນ ຕັດສິນ ປິດປະຕູສະຖານກົງສູນ ແມ່ນຍ້ອນບັນດາການນາບຂູ່ໃນຕົວຈິງ ນັບມື້ນັບເພີ່ມຂຶ້ນ ຈາກ ຝ່າຍ ອີຣານ ໂດຍແນໃສ່ບັນດາຮາກຖານຂອງ ອາເມລິກາ ຢູ່ ອີຣັກ ໃນ 2 - 3 ທິດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ