ປະຕິກິລິຍາຂອງຈີນຕໍ່ຫນ້າຄຳຖະແຫລງຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ

ປະຕິກິລິຍາຂອງຈີນຕໍ່ຫນ້າຄຳຖະແຫລງຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ພາບປະກອບ:internet


(vovworld)- ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໄດ້​ອອກ​ຄຳ​ປະກາດ​ໂດຍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເລື່ອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ (AMM) ​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນັກ​ຂ່າວ​ວິ​ທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ປັກ​ກີ່​ງ ​ໄດ້​ຄັດ​ສະ​ເຫ​ນີ​ຄຳ​ປະກາດ​ທີ່​ລົງ​ພິມ​ໃນ​ຫນ້າ​ເວັບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ພາ​ຍຫລັງ​ສອງ​ສາມ​ຊົ່ວ​ໂມງ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​​ເທດ ອາ​ຊຽນ ຮັບຮອງ​ເອົາ​ຖະ​ແຫລ​ງການ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ມີ​ບົດ​ກ່າວ​ປາ​ໄສ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ໂດຍ​ຖື​ວ່າ: ທະ​ເລ​ຕາ​ເວັນ​ອອກ​ບໍ່​ແມ່ນ​ບັນຫາ​ລະຫວ່າງ ຈີນ ​ແລະ ອາ​ຊຽນ ພ້ອມ​ທັງ​ຖື​ວ່າ: ປະ​ເທດ​ຈຳນວນ​ຫນຶ່ງ​ໄດ້​ສວຍ​ໃຊ້​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​​ເພື່ອ​ແບ່ງ​ແຍກ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຈີນ ກັບ ອາ​ຊຽນ ​ແລະ ຈີນ​ ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນປະຕິບັດ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຮອບດ້ານ ​ແລະ ມີປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ