ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງສປປເກົາຫຼີດຳເນີນການທົດລອງນິວຄະເລຍ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ
(vovworld) - ວັນທີ 10/9/2016, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງວັນທີ 9/9/2016, ສປປເກົາຫຼີດຳເນີນການຍິງທົດລອງນິວຄະເລຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ, ຊີ້ແຈ້ງວ່າ:
“ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນການປອດນິວຄະເລຍຢູ່ແຫຼມເກົາຫຼີ, ສະໜັບສະໜູນເລື່ອງຫ້າມທົດລອງນິວຄະເລຍຢ່າງຮອບດ້ານ, ບໍ່ເຜີນແຜ່ນິວຄະເລຍ ແລະ ກ້າວໄປເຖິງການລົບລ້າງອາວຸດປະເພດນີ້.
ຫວຽດນາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປເກົາຫຼີ ດຳເນີນການທົດລອງນິວຄະເລຍໃນຕອນເຊົ້າວັນທີ 9/9/2016, ນີ້ແມ່ນການລະເມີດບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດຢ່າງຮ້າຍແຮງ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ, ນາບຂູ່ສັນຕິພາບ,ສະຖຽນລະພາບຢູ່ພາກພື້ນ.
ຫວຽດນາມ ຮຽກຮ້ອງຝ່າຍຕ່າງໆທີ່ກ່ຽວຂ້ອງຄວນປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດຢ່າງເຂັ້ມງວດ, ແລະ ມີບັນດາການກະທຳທີ່ແທດຈິງ, ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ“.