ປະທານາທິບໍດີ ອີຮານ ໃຫ້ກໍ່ສ້າງເຕົາປະຕິກອນນິວເຄຼຍຕື່ມອີກ 4 ເຕົາ
(ພາບ:vietnamplus.vn)
(vovworld) -ວັນທີ 15/2, ປະທານາທິບໍດີ ອີຮານ Mahmoud Ahmadinejad ໄດ້ອອກຄຳສັ່ງໃຫ້ກໍ່ສ້າງເຕົາປະຕິກອນນິວເຄຼຍຕື່ມອີກ 4 ເຕົາ ເພື່ອເພີ່ມຈຳນວນເຕົາປະຕິກອນນິວເຄຼຍທີ່ພວມເຄື່ອນໄຫວຢູ່ ເຕເຮຮານ. ຄຳສັ່ງຂອງ ປະທານາທິບໍດີ ອີຮານ Mahmoud Ahmadinejad ຖືກຍົກອອກມາ ໃນຂະນະທີ່ ອີຮານ ຫາກໍ່ປະກາດຄວາມກ້າວໜ້າຕ່າງໆໃນໂຄງການນິວເຄຼຍ ທີ່ໄດ້ກໍ່ຄວາມຖົກຖຽງກັນຂອງປະເທດນີ້. ໂຄສົກກະຊວງການຕ່າງປະເທດອາເມລິກາ Victoria Nulan, ຖືວ່າ, ຄວາມຈິ່ງແລ້ວ, ຄວາມກ້າວໜ້າດັ່ງກ່າວພຽງແຕ່ແມ່ນເລື່ອງປັ້ນແຕ່ງເທົ່ານັ້ນ. ສ່ວນທ່ານເລຂາສື່ມວນຊົນຂອງທຳນຽບຂາວ Jay Carney ພັດຖືວ່າ ອີຮານພວມເຮັດໃຫ້ປະຊາຄົມໂລກເຂົ້າໃຈຕາມແນວອື່ນ ກ່ຽວກັບຄວາມເສຍຫາຍ ໂດຍຄຳສັ່ງຂວ້ຳບາດສາກົນກໍ່ຂຶ້ນໃຫ້ປະເທດອິດສະລາມນີ້. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkorav ພັດຊີ້ແຈ້ງວ່າ, ປະເທດອີຮານທີ່ກຳມະສິດດ້ານອາວຸດນິວເຄຼຍບໍ່ແມ່ນການເລືອກເຝັ້ນຂອງລັດເຊຍ. ແຕ່ທ່ານກໍ່ຖະແຫຼງວ່າ, ມົດສະກູຈະບໍ່ເຂົ້າຮ່ວມບັນດາຄຳສັ່ງລົງໂທດ ເພື່ອແນໃສ່ເຮັດໃຫ້ລະບອບຢູ່ອີຮານມີການປ່ຽນແປງ.