ປະຕິບັດຂັ້ນຕອນແນະນຳບຸກຄະລາກອນຕອບສະໜອງຄວາມຮຽກຮ້ອງການຊີ້ນຳນຳພາປະເທດຊາດໃນໄລຍະພັດທະນາໃໝ່

ປະຕິບັດຂັ້ນຕອນແນະນຳບຸກຄະລາກອນຕອບສະໜອງຄວາມຮຽກຮ້ອງການຊີ້ນຳນຳພາປະເທດຊາດໃນໄລຍະພັດທະນາໃໝ່ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ)

(vovworld) – ປະຕິບັດ​ຂັ້ນ​ຕອນແນະນຳບຸກ​ຄະລາ​ກອນ ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ການຊີ້​ນຳນຳພາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ພັດທະນາ​ໃໝ່​ໃຫ້​ເປັນ​ຢ່າງ​ດີ. ນີ້​ແມ່ນ 1 ​ໃນ​ຈຳນວນ 5 ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2015 ​ເຊິ່ງທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ມອບ​ໃຫ້​ຂະ​ແໜງ​ຈັດ​ຕັ້ງ, ກໍ່ສ້າງ​ພັກ ທີ່​ກອງ​ປ​ະຊຸມ​ພະນັກງານ​ທົ່ວ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/01. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ, ໜ້າ​ທີ່​ທຳ​ອິດ​ຂອງ​ຂະ​ແໜງ​ຈັດ​ຕັ້ງ, ກໍ່ສ້າງ​ພັກ ​ແມ່ນ​ຊີ້​ນຳ​ການ​ກະກຽມ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ທຸກ​ຂັ້ນ​ຂອງ​ພັກ ຢ່າງ​ມີ​ໄຊ. ວຽກ​ງານ​ນີ້​ຕ້ອງ​​ສືບ​ຕໍ່​ປ່ຽນ​ໃໝ່​ຕາມ​ທິດ​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ຫຼັກການ, ກົດ​ວິ​ໄລ, ກົດລະບຽບ​ຂອງ​ພັກ, ຮັບປະກັນ​ເພີ່ມ​ທະວີ​ຄວາມ​ສາມັກຄີ. ໜ້າ​ທີ່​ທີ 2 ​ແມ່ນ​ເປັນ​ເສນາ​ທິການ​, ປັບປຸງບົດລາຍ​ງານ​ກ່ຽວກັບ​ສະພາບ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ 2010 – 2015, ໝາກຜົນ​ການ​ປະຕິບັດ​ມະຕິ​ສູນ​ກາງຄັ້ງ​ທີ 4, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ມາດ​ຕະການ​ແກ້​ໄຂ​ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບການ​ກໍ່ສ້າງ​ພັກໃນ​ປະຈຸ​ບັນ; ປະຕິບັດ​ຂັ້ນ​ຕອນແນະນຳບຸ​ຄະລາ​ກອນ ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງາ​ນສູນ​ກາງ​​ຊຸດ​ທີ 12 ​ເປັນ​ຢ່າງ​ດີ, ຮັບປະກັນ​​ສ້າງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ​ໃຫ້ມີ​ຄຸນນະ​ທາດ, ພູມ​ປັນຍາ, ມີ​ກຳລັງ​ຄວາມ​ສາມາດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຊີ້​ນຳ​ນຳພາ​ປະ​​ເທດ​ຊາດ​ໃນ​ໄລຍະ​ພັດທະນາ​ໃໝ່.

   ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ພັກ​ທຸກ​ຂັ້ນ, ທ່ານ​​ເລ​ຂາ​ທິການ​ໃຫຍ່ ຊີ້​ແຈ້ງວ່າ, ວຽກ​ງານບຸກຄະລາ​ກອນ​ຄະນະ​ພັກ ຕ້ອງ​ປະຕິບັດ​ໃຫ້​ຖືກ​ຕາມຂໍ້​ກຳນົດ, ກົດ​ລະບຽບ; ປະຕິບັດ​ພ້ອມ​ກັບການ​ກະກຽ​ມບຸກຄະລາ​ກອນການ​ນຳ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ ອາຍ​ຸການ 2015 – 2021 ​ແລະ ບຸກຄະລາ​ກອນ​ການ​ນຳ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຂອງ​ແຂວງ, ນະ​ຄອນ.

ຂ່າວ/ບົດ​ອື່ນ