ປະຕິບັດທົດລອງ ການນຳຄົນງານ ຫວຽດນາມ ໄປເຮັດວຽກຄືນໃໝ່ຢູ່ ລີບີ
ຄົນງານ ຫວຽດນາມ ເຮັດວຽກຢູ່ ລີບີ
(ພາບ: laodong.com)
vovworld ) – ໂດຍອີງຕາມຂໍ້ສະເໜີຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງ ຫາກໍຕົກລົງເລື່ອງປະຕິບັດທົດລອງກນນຳຄົນງານ ຫວຽດນາມ ຈຳນວນໜື່ງໄປເຮັດວຽກຄືນໃໝ່ຢູ່ລີບີ. ທ່ານນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ຊີ້ນຳເລືອກເຟັ້ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເພື່ອເຊັນສັນຍາອອກແຮງງານຢ່າງລະອຽດ ຊື່ງລວມມີບັນດາກໍລະນີເກີດຄວາມສ່ຽງ; ພ້ອມທັງອີງຕາມສະພາບການລະອຽດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ຈະແລກປ່ຽນ, ເອກະພາບກັບກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ມີສ່ວນກ່ຽວຂ້ອງ ເພື່ອຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີພິດຈະລະນາ, ເປີດກ້ວາງເລື່ອງນຳຄົນງານ ຫວຽດນາມ ກັບຄືນໄປເຮັດວຽກຢູ່ປະເທດນີ້.