ກອງປະຊຸມຈັດຕັ້ງໃນຕອນເຊົ້າວັນທີ 15/3
(ພາບ: VGP/Đình Nam)
|
(vovworld) – ຕອນເຊົ້າວັນທີ 15/3, ຢູ່ຮ່າໂນ້ຍ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ. ຕາມບົດລາຍງານຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ປີ 2015, ບັນດາແຂວງ, ນະຄອນ ໄດ້ເປັນເຈົ້າການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍຜູ້ອາຍຸສູງ ແລະ ບັນດານະໂຍບາຍສຳລັບຜູ້ອາຍຸສູງ, ຜູ້ອາຍຸສູງທີ່ມີເງື່ອນໄຂຢ່າງພຽງພໍເພື່ອຮັບເງິນອຸດໜູນ 100% ລ້ວນແຕ່ໄດ້ຮັບເງິນອຸດໜູນຊ່ວຍຢ່າງຄົບຖ້ວນ ແລະ ຖືກຕາມເວລາກຳນົດ. ມາຮອດປະຈຸບັນ, ໃນທົ່ວປະເທດມີຜູ້ອາຍຸສູງ 2,8 ລ້ານຄົນພວມໄດ້ຮັບເງິນເດືອນ, ເງິນອຸດໜູນປະກັນໄພສັງຄົມ. ປີ 2015, ກໍ່ແມ່ນປີທຳອິດທີ່ ຫວຽດນາມ ຈັດຕັ້ງເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງເຊິ່ງໄດ້ຮັບການຜັນຂະຫຍາຍດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ, ປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມສຳລັບຜູ້ອາຍຸສູງ. ທີ່ກອງປະຊຸມ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ປະກັນໄພສັງຄົມ ມີລາຍການສົມທົບກັບສະມາຄົມຜູ້ອາຍຸສູງ ຫວຽດນາມ ເພື່ອຍຸ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ປະຕິບັດມະຕິຂອງກົມການເມືອງ ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກສຳລັບວຽກງານປະກັນສັງຄົມ, ປະກັນສຸຂະພາບໄລຍະ 2012 – 2020, ແຜນຮ່າງ “ວິວັດທະນາການມຸ່ງໄປເຖິງປະຊາຊົນທຸກຄົນລ້ວນແຕ່ມີບັດປະກັນສຸຂະພາບໄລຍະ 2012 - 2020”, ໃນນັ້ນມີຜູ້ອາຍຸສູງ.