ປະທານ Raul Castro: ຮັກສາການປະຕິວັດ ໃນເຄິ່ງສະຕະວັດ ຜັນງານມະຫັດສະຈັນ

ປະທານ Raul Castro: ຮັກສາການປະຕິວັດ ໃນເຄິ່ງສະຕະວັດ ຜັນງານມະຫັດສະຈັນ - ảnh 1
ທ່ານປະທານ Raul Castro
(ພາບ: dantri.com)

(vovworld) - ວັນ​ທີ 26/7, ຢູ່​ສະໜາມ​ຫຼວງ​ປະຕິວັດ Mariana Grajales ຂອງ​ແຂວງ Goantanamo, ພາກ​ຕາ​ເວັນ​ອອກ ກູ​ຍບາ, ​ໄດ້​ດຳ​ເນີນ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ຢ່າງ​ສົມ​ກຽດ ​ເພື່ອ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ Moncada ​ແລະ ​Carlos Manuel de Cespedes ຫຼື ​ເອີ້ນ​ວ່າ​: ວັນ​ລຸກ​ຮື​ຂຶ້ນປະກອບອາວ​ຸດ ກູ​ຍບາ (26/7/1953 – 26/7/2012), ​ເລີ່​ມຕົ້ນ​ຂະ​ບວນວິວັດ​ການ​ຕໍ່ສູ້​ປະຕິວັດ ​ເພື່ອ​ເອກະລາດ​​ແຫ່ງ​ຊາດ ຢູ່​ປະ​ເທດ​ເກາະ ກາຣີ​ເບ ນີ້. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານປະທານ Raul Castro ​ໃຫ້​ຮູ້​ວ່າ: ຮັກສາ​ການ​ປະຕິວັດ ​ແລະ ສູ້​ຢັນ​ຕໍ່​ຄວາມກົດດັນ​ຂອງ​ຈັກກະພັດ​ໃນ​ຕະຫຼອດ​ເຄິ່ງສະຕະວັດ​ຜ່ານ​ມາ​ແມ່ນ ຜັນ​ງານ​ມະຫັດສະຈັນ​ຂອງ​ປະຊາຊົນ ກູ​ຍບາ. ດັ່ງ​ນັ້ນ, ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ສາມັກຄີ, ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ເສດຖະກິດ - ສັງຄົມ ​ທີ່​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ພັກ​ກອມ​ມູນິດ ກູ​ຍບາ, ຢືດໝັ້ນ​ເສັ້ນທາງ​ຂອງຕົນ​ດ້ວຍ​ບັນດາ​ບາດກ້າວ​ເດີນ​ຢ່າງ​ບໍ່​ຟ້າວຟັ່ງ ​​ແຕ່​ກໍບໍ່​ຢຸດ​ເຊົາ. ການ​ນຳ ກູ​ຍບາ ກໍ​ຮັບ​ຮູ້​ວ່າ: ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ ພວມ​ລໍຖ້າ​ຢູ່​​ເບື້ອງໜ້າ ​ແຕ່​ວ່າ ປະຊາຊົນ​ກູ​ຍບາ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ສຳ​ເລັດ​ວິວັດທະນາ​ການປັບປຸງ​ຮູບ​ແບບ​ເສດຖະກິດ, ກ້າວ​ເດີນ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ