ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບການນຳແຂວງ ຟຸກແກງ ຈີນ

(VOVWORLD) -ຕອນບ່າຍວັນທີ 13 ພຶດສະພາ ຢູ່ນະຄອນ ຟຸກເຈືອ ແຂວງ ຟຸກແກງ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງ ຟຸກແກງ ແລະ ທ່ານ ຫວູຟູກົວ ເຈົ້າແຂວງແຂວງ ຟຸກແກງ
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບການນຳແຂວງ ຟຸກແກງ ຈີນ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງ ຟຸກແກງ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ແຂວງ ຟຸກແກງ ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີມີຜົນປະໂຫຍດກັບບັນດາທ້ອງຖິ່ນ ຫວຽດນາມ ກ່ວາອີກ; ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີແຂວງ ຟຸກແກງ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງ ຫວຽດນາມ ທີ່ມີທ່າແຮງ, ພິເສດແມ່ນກະສິກຳ, ປ່າໄມ້, ສິນໃນນ້ຳ.

ສ່ວນທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງຢືນຢັນວ່າ ອົງຄະນະພັກ, ອຳນາດການປົກຄອງແຂວງ ຟຸກແກງ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ, ປາດຖະໜາຢາກພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດເປັນຢ່າງດີ, ຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນ, ແທດຈິງ. ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ