ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເລຂາທິການໃຫຍ່ອົງການຕຳຫຼວດອາຍາສາກົນ Interpol

(VOVWORLD) - ນັບແຕ່ເມື່ອເຂົ້າຮ່ວມ Interpol ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ປະຕິບັດບົດບາດ, ໜ້າທີ່ຂອງປະເທດສະມາຊິກມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມມືແໜ້ນແຟ້ນກັບຕຳຫຼວດບັດາປະເທດສະມາຊິກຂອງອົງການ Interpol ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. 
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເລຂາທິການໃຫຍ່ອົງການຕຳຫຼວດອາຍາສາກົນ Interpol - ảnh 1ທ່ານ Jurgen Stock, ເລຂາທິການໃຫຍ່ອົງການຕຳຫຼວດ ອາຍາສາກົນ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ຕອນບ່າຍວັນທີ 6 ກໍລະກົດ, ທີ່ການຕ້ອນຮັບທ່ານ Jurgen Stock, ເລຂາທິການໃຫຍ່ອົງການຕຳຫຼວດ ອາຍາສາກົນ (Interpol) ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການສະໜັບສະໜູນ, ການໜູນຊ່ວຍຫຼາຍດ້ານ, ມີປະສິດທິຜົນຂອງຄະນະເລຂາທິການໃຫຍ່ Interpol ທີ່ສະຫງວນໃຫ້ກຳລັງຕຳຫຼວດ ຫວຽດນາມ ໃນຊຸມປີຜ່ານມາ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ນັບແຕ່ເມື່ອເຂົ້າຮ່ວມ Interpol ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ປະຕິບັດບົດບາດ, ໜ້າທີ່ຂອງປະເທດສະມາຊິກມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມມືແໜ້ນແຟ້ນກັບຕຳຫຼວດບັດາປະເທດສະມາຊິກຂອງອົງການ Interpol ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ທ່ານປະທານປະເທດຫວັງວ່າ ຄະນະການນຳປະຈຳການ ແລະ ຄະນະເລຂາທິການໃຫຍ່ອົງການ Interpol ສືບຕໍ່ສະຫງວນຄວາມເອົາໃຈໃສ່ ແລະ ໜູນຊ່ວຍໃຫ້ກຳລັງຕຳຫຼວດ ຫວຽດນາມ ກ່ວາອີກ. ປີນີ້, ຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC 2017, ແມ່ນເຫດການມີຄວາມໝາຍສຳຄັນສຳລັບພື້ນຖານເສດຖະກິດສະມາຊິກ ເພື່ອພາກພື້ນ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ສະເໜີໃຫ້ອົງການ Interpol ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກຳລັງຕຳຫຼວດ ຫວຽດນາມ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ສັບປະດາຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ