ປະທານປະເທດ ເຈືອງເຕິ໋ນຊາງ ເຮັດວຽກກັບຄະນະກຳມະການອົງຄະນະພັກຍຸຕິທຳ

ປະທານປະເທດ ເຈືອງເຕິ໋ນຊາງ ເຮັດວຽກກັບຄະນະກຳມະການອົງຄະນະພັກຍຸຕິທຳ - ảnh 1

ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ​ສູນ​ກາງ
(ພາບ: ອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 31/7, ຢູ່ ຮ່າ​ໂນ້ຍ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ​ສູນ​ກາງ ​ໄດ້​​ເຮັດ​ວຽກ​ກັບ​ຄະນະ​ກຳມະການອົງຄະ​ນະ​ພັກກະຊວງຍຸຕິ​ທຳ ກ່ຽວ​ກັບ​ສະຫຼຸບການ​ປະຕິບັດ​ມະຕິ 49 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບ ດ້ານ​ການ​ຍຸຕິ​ທຳ. ພາຍຫຼັງ 8 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ 49 ຂອງ​ກົມ​ການ​ເມືອງ ​ແລະ ບັນດາ​ລາຍການ, ​ແຜນການ​ຈຸດ​ສຸມ ກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ຍຸຕິ​ທຳ, ຂະ​ແໜງ​ຍຸຕິ​ທຳ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ເຂັ້ມ​ງວດ, ຊີ້​ນຳ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖີ່​ນປະຕິບັດ​ບັນດາ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ພ້ອມ​ທັງ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ມະຕິ 49 ​ໃນ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ ​ແລະ ສະ​ເໜີ​ໃຫ້​ຂະ​ແໜງ​ຍຸຕິ​ທຳ ສົມທົບ​ກັບ​ບັນດາ​ຂັ້ນ, ຂະ​ແໜງ​ການ​ອື່ນໆ ຍົກ​ຂໍ້​ສະ​ເໜີ ​ແລະ ມາດ​ຕະການ​ແກ້​ໄຂ ​ເພື່ອ​ສ້າງ​ບົດ​ລາຍ​ງານ​ສະຫຼຸບ​​ໃຫ້​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ສ້າງ​ຂະ​ແໜງ​ຍຸ​ຕີ​ທຳ​ໃຫ້​ປອດ​ໃສ ​ແລະ ໝັ້ນຄົງ ​ເຂັ້ມ​ແຂງ

 

ຂ່າວ/ບົດ​ອື່ນ