ປະທານປະເທດ ໂຕເລີມ ຕ້ອນຮັບ ຮອງປະທານ ຄະນະກຳມະການ ເອີຣົບ Josep Borrell Fontelles

(VOVWORLD) -ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ທຳນຽບປະທານປະເທດທີ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບ ທ່ານ Josep Borrell Fontelles ຮອງປະທານຄະນະກຳມະການເອີຣົບ (EC), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຊຶ່ງພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 29 – 31 ກໍລະກົດ ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ
ປະທານປະເທດ ໂຕເລີມ ຕ້ອນຮັບ ຮອງປະທານ ຄະນະກຳມະການ ເອີຣົບ Josep Borrell Fontelles - ảnh 1

ປະທານປະເທດ ໂຕເລີມ ຕ້ອນຮັບທ່ານ ຮອງປະທານ ຄະນະກຳມະການ ເອີຣົບ Josep Borrell Fontelles

    ທີ່ການຕ້ອນຮັບ, ທ່ານປະທານປະເທດໂຕເລີມ ຢືນຢັນວ່າ EU ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ,ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ; ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA), ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ກໍຄືບັນດາຂໍ້ຕົກລົງ ແລະ ກົນໄກຮ່ວມມືອື່ນໆ. ທ່ານປະທານປະເທດກໍ່ຮຽກຮ້ອງໃຫ້ EU ຊຸກຍູ້ບັນດາປະເທດສະມາຊິກທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA), ຍົກເລີກ “ບັດເຫຼືອງ” ສຳລັບການສົ່ງອອກສິນໃນນ້ຳຂອງຫວຽດນາມໂດຍໄວ; ສືບຕໍ່ຮັກສາແຫຼ່ງທຶນໜູນຊ່ວຍພັດທະນາ (ODA) ໃຫ້ແກ່ຫວຽດນາມ, ໜູນຊ່ວຍ ຫວຽດນາມ ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດ (JETP); ຮັດແໜ້ນການຮ່ວມມືດ້ານຄວາມປອດໄພທາງອິນເຕີແນັດ, ຄວາມປອດໄພທາງທະເລ, ການປ້ອງກັນແລະຄວບຄຸມໄພທຳມະຊາດ, ວິກິດການ, ການປ້ອງກັນອາດຊະຍາກຳ. ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງ EU ແລະ ພາກພື້ນ, ໃນນັ້ນມີການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU.

ສ່ວນທ່ານຜູ້ຕາງໜ້າຂັ້ນສູງ EU ຢືນຢັນວ່າ EU ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນພາກພື້ນ, EU ພວມຜັນຂະຫຍາຍບາງຍຸດທະສາດ ແລະ ຂໍ້ລິເລີ່ມການຮ່ວມມືຢ່າງແຮງ, ໃນນັ້ນມີບັນດາໂຄງການຮ່ວມມືກັບ ອາຊຽນ ແລະ ຫວຽດນາມ ໃນຂອບເຂດຂໍ້ລິເລີມປະຕູທົ່ວໂລກຂອງ EU ແລະ ປາດຖະໜາຢາກຍົກລະດັບການພົວພັນຫວຽດນາມ - EU ຂຶ້ນສູ່ລະດັບສູງໃໝ່ ແລະ ເຊື່ອໝັ້ນວ່າ ການພົວພັນຫວຽດນາມ - ອີຢູ ຈະນັບມື້ນັບພັດທະນາຢ່າງແຮງ ແລະ ເລິກເຊິ່ງ, ເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ