ປະທານປະເທດຕ້ອນຮັບສະມາຊິກສະພາສູງ ອາເມລິກາ

ປະທານປະເທດຕ້ອນຮັບສະມາຊິກສະພາສູງ ອາເມລິກາ - ảnh 1

ປະທານ​ປະ​ເທດ​ຕ້ອນຮັບ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ

(vovworld) – ທີ່​ການ​ຕ້ອນຮັບ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ທ່ານ Bob Corker, ສະມາຊິກ​ຂັ້ນ​ສູງ, ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 5/8, ທ່າ​ນປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ຖື​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ​ເປັນ​ສຳຄັນ​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ໄດ້​ຮັບ​ການລົງ​ນາມ ​ແລະ ​ເນັ້ນ​ໜັກ​​ເຖິງເລື່ອງ​ຫັນ​ບັນດາ​ຂໍ້​ຕົກລົງ​​ໃນ​ທຸກໆ​ຂົງ​ເຂດ​ເປັນ​ລະອຽດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຄຳ​ໝັ້ນ​ສັນຍາ ຫວຽດນາມ ພ້ອມ​ແລ້ວ​ທີ່ຈະ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ກັບ ອາ​ເມ​ລິ​ກາ, ພ້ອມ​ທັງ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ເພື່ອ​ຫຼີກ​ລ້ຽງ​ບັນດາ​ຮົ້ວ​ກີດຂວາງດ້ານ​ການ​ຄ້າ ​ເພື່ອ​ແນ​ໃສ່​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ. ຫວຽດນາມ ກໍ່​ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP) ​ແລະ ຫວັງ​ວ່າ​ດ້ວຍ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ລະ​ດັບ​ການ​ພັດທະນາ, ​ໃນ​ການ​ເຈລະຈາ ອາ​ເມ​ລິ​ກາ ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດນາມ​ ມີ​ວິວັດທະນາ​ການ​ເໝາະ​ສົມ. ທ່ານ​ປະທານ​ປະ​ເທດ ກໍ່​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ລົບ​ລ້າງ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ ​ໃຫ້​ຫວຽດນາມ, ພ້ອມ​ທັງ ລົບ​ລ້າງ​ບັນດາ​ຮົ້ວ​ກີດຂວາງ, ​ເປີດ​ປະຕູ​ບັນດາ​ວັດຖຸ​ອຸປະກອນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີສູງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ຂອງ ຫວຽດນາມ.

    ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ສະມາຊິກ​ສະພາ​ສູງ Bob Corker ສະໜັບສະໜູນ​ທັດສະນະ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ ​ແລະ ​ເນັ້ນ​ໜັກ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນບົນ​ຈິດ​ໃຈ​ກົດໝາຍ​ສາກົນ. ​ເນັ້ນ​ໜັກ​ເລື່ອງ 2 ປະ​ເທດ​ກະກຽມ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2015, ທ່ານ​ສະມາຊິກ​ສະພາ​ສູງ ຖື​ວ່າ: ສາຍ​ພົວພັນ 2 ຝ່າຍ​ນັບ​ມື້​ນັບ​ດີງາມ ​ແລະ ​ເຊື່ອ​ໝັ້ນ​ວ່າ: 2 ປະ​ເທດ​ຈະ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ນີ້.




ຂ່າວ/ບົດ​ອື່ນ