ປະທານປະເທດຫວຽດນາມຕ້ອນຮັບປະທານສະພາຕຳ່ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 5/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ຍດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ປະທານປະເທດຫວຽດນາມຕ້ອນຮັບປະທານສະພາຕຳ່ຍີ່ປຸ່ນ - ảnh 1ທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ  

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງກັບ ຍີ່ປຸ່ນ, ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ. ທ່ານປະທານສະເໜີວ່າ, ໃນໄລຍະຈະມາເຖິງ, ທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ແລະ ສະພາຕຳ່ຍີ່ປຸ່ນ ຈະສະໜັບສະໜູນລັດຖະບານ ຍີ່ປຸ່ນ ສືບຕໍ່ສະຫງວນການໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ ຫວຽດນາມ, ພິເສດແມ່ນເມື່ອສອງປະເທດພວມຜັນຂະຫຍາຍການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດດ້ວຍຫຼາຍໂຄງການເສດຖະກິດຂະໜາດໃຫຍ່.

        ສ່ວນທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ກໍ່ຢືນຢັນວ່າ, ພາຍຫຼັງກັບເມືອປະເທດ, ທ່ານຈະແນະນຳບັນດາຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເຖິງບັນດາວິສາຫະກິດ ຍີ່ປຸ່ນ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສ້າງເງື່ອນໄຂກ່ຽວກັບລະບຽບການນິຕິກຳ ແລະ ສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ ເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ຫວຽດນາມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ