ປະທານປະເທດຫວຽດນາມພົບປະສັງສັນກັບກຳມະກອນຍິງດີເດັ່ນຂະແໜງການນ້ຳມັນອາຍແກັສ

ປະທານປະເທດຫວຽດນາມພົບປະສັງສັນກັບກຳມະກອນຍິງດີເດັ່ນຂະແໜງການນ້ຳມັນອາຍແກັສ - ảnh 1
(ທ່ານ​ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​
ກຳມະກອນ​ຍິງ​ທີ່​ດີ​ເດັ່ນຂະ​ແໜງ​ການນ້ຳມັນ​ອາຍ​ແກັສ)


(vovworld) – ຕອນ​ບ່າຍ​ວັນ​ທີ 7/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​ກຳມະກອນ​ຍິງ​ອອກ​ແຮງ​ງານທີ່​ດີ​ເດັ່ນຂະ​ແໜງ​ການນ້ຳມັນ​ອາຍ​ແກັສ, ​ເນື່ອງ​ໃນ​ໂອກາດ​ມາ​ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫລຸບ​ຂະ​ບວນການ​ແຂ່ງຂັນ “​ເຮັດ​ຫລ້ອນ​ວຽກບ້ານ​ການ​ເຮືອນ” ​ໄລຍະ 2010 – 2015 ​ໂດຍ​ກຳມະບານ​ນ້ຳມັນ​ອາຍ​ແກ​ັສ ຫວຽດນາມ ຈັດ​ຕັ້ງ. ທີ່​ການ​ພົບ​ປະ​ສັງ​ສັນ​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ພັກ​, ລັດ ຍາມ​ໃດ​ກໍ​ມີ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​​ນ້ຳມັນ​ອາຍ​ແກັສພັດ​ທະນາ, ພິ​ເສດ​ແມ່ນ ​ເມື່ອ ຫວຽດນາມ​ ເຂົ້າຮ່ວມ​​ບັນດາ​ສັນຍາ​ການ​ຄ້າ​ເສລີຫລາຍ​ກ່ວາ​ກັບ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​ຕ່າງໆ​. ຄຽງ​ຂ້າງ​ນັ້ນ, ຂະ​ແໜງ​​ນ້ຳມັນ​ອາຍ​ແກັສຕ້ອງ​ປ່ຽນ​ໃໝ່​ໂດຍ​ໄວ, ສາມັກຄີ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ ​ເພື່ອ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ທີ່​ມີກຳລັງ​ໜູນ ກະທົບ​​ເຖິງບັນດາ​ຂະ​ແໜງອາຊີບ​ອື່ນໆ ​ເພື່ອພັດທະນາ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ