ປະທານປະເທດເຂົ້າຮ່ວມງານພົບປະກັບຄະນະຕິດຕໍ່ອະດີດນັກໂທດປະຕິວັດຫວຽດນາມ

ປະທານປະເທດເຂົ້າຮ່ວມງານພົບປະກັບຄະນະຕິດຕໍ່ອະດີດນັກໂທດປະຕິວັດຫວຽດນາມ - ảnh 1

ປະທານ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ກັບ​ຄະນະ​ຕິດ​ຕໍ່​ອະດີດນັກ​ໂທດປະຕິວັດຫວຽດນາມ

(vovworld) - ວັນ​ທີ 11/2 (ວັນ​ທີ 4 ຂອງ​ບຸນ​ເຕັດ), ຢູ່​ຫໍພິພິດທະພັນ​ຮ່ອງຮອຍ​ສົງຄາມ, ນະຄອນ ​ໂຮ່ຈີ​ມິນ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ເຂົ້າ​ຮ່ວມ​ງານ​ພົບ​ປະ​ຕົ້ນ​ລະດູບານ​ໃໝ່ຂອງ​ ຄະນະ​ຕິດ​ຕໍ່​ອະດີດນັກ​ໂທດປະຕິວັດ ຫວຽດນາມ, ​ແລະ ຜູ້ຕາງໜ້າບັນດາ ຄະນະ​ຕິດ​ຕໍ່​ອະດີດ​ນັກ​ໂທດ, ສະມາຄົມນັກ​ໂທດປະຕິວັດບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ງານ​ພົບ​ປະ​ເພື່ອ​ແນ​ໃສ່​ຫວນ​ຄືນ​ມູນ​ເຊື້ອ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ທີ່​ເຄີຍ​ຖືກ​ສັດຕູ​ຈັບ​ຕົວ ​ແລະ ກັດ​ຂັງ​ໃນ​ການ​ຕໍ່ຕ້ານ​ຄັ້ງ​ຕ່າງໆ​ຂອງ​ປະ​ເທດ​ຊາດ. ທີ່​ງານ​ພົບ​ປະ​ທ່ານ​ປະທານ​ປະ​ເທດ ກໍ່​ຮັບ​ຟັງ​ບັນດາ​ແນວ​ຄິດ​ຈິດ​ໃຈ, ຄວາມ​ປາຖະໜາ​ຂອງ​ບັນດາ​ອະດີດ​ນັກ​​ໂທດ​ປະຕິວັດ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນຫາ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ອະທິປະ​ໄຕ​ແຫ່ງ​ຊາດ​ແມ່ນ​ສັກກະ​ລະ​ບູຊາ, ບໍ່​ອາດ​ປ່ຽນ​ແທນ, ບໍ່​ອາດ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ຜູ້​ໃດ, ​ໃນ​ສະພາບ​ການ​ໃດ​ໄດ້. ທ່ານ​ປະທານຢືນຢັນ​ວ່າ, ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ ຊີ້​ແຈ້ງວ່າ​ ນີ້​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການ, ​ແໜ້ນ​ແຟ້ນ, ຈະ​ແຈ້ງ ​ແລະ ຖືກ​ກັບ​ເປົ້າ​ໝາຍ.

ຂ່າວ/ບົດ​ອື່ນ