ປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ75ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນໂຮ່ຈິມີນນຳຫນ້າ

ປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ75ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນໂຮ່ຈິມີນນຳຫນ້າ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ກັບ​ບັນ​ດາ​ຫລາຍ​ເຍົາ​ວະ​ຊົນ
ພາບ:TTXVN

(vovworld)- ຕອນ​ຄຳ​່ວ​ັນ​ທີ 14/5 ຢູ່ ສະ​ຖາ​ບັນ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ຫວຽດ​ນາມ ໄດ້​ດຳ​ເນີນ​ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫລີມ​ສະ​ຫລອງ 75 ປີ ແຫ່ງວັນ​ສ້າງ​ຕັ້ງ​ກອງ​ເຍົາ​ວະ​ຊົນ​ໂຮ່​ຈິ​ມີນ ນຳ​ຫນ້າ (15/5/1941-15/5/2016). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຢືນ​ຢັນ: ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ່​ຕັ້ງ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ຫວັງ​ຕໍ່​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ລຸ້ນ​ປະ​ຈຸ​ບັນ ຈະ​ສືບ​ທອດ​ລຸ້ນ​ພໍ່​ລຸ້ນ​ອ້າຍ ອອກ​ແຮງ​ສູ້​ຊົນ, ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່​ເປັນ​ຢ່າງ​ດີ ເພື່ອ​ໃຫ້​ກາຍ​ເປັນ​ຜ​ູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ເຈົ້າ​ຂອງ​ໃນອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ​ ພໍ່​ແມ່​ຂອງ​ພວກ​ຫລານ, ຄູ​ອາ​ຈານ ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ສົມ​ທົບ​ກັນ​ເບິ່ງ​ແຍງ, ລົງ​ທຶນ​ວຽກ​ງານ​ປົກ​ປ້ອງ, ສຶກ​ສາ​ເດັກ​ໃຫ້​ດີກວ່າ​ເກົ່າ ພ້ອມ​ທັງເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ສຶກ​ສາ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ເດັກ, ເປັນ​ເຈົ້າ​ການ​ໃນ​ການ​ສະ​ກັດ​ກັ້ນ, ພົບ​ເຫັນ​ຢ່າງ​ທັນ​ການ ແລະ ແກ​້​ໄຂ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ສຳ​ລັບ​ເດັກ​ຢ່າງ​ເຂັ້ມ​ງວດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ