ປະທານປະເທດເຂົ້າຮ່ວມລາຍການພົບປະແລກປ່ຽນກັບນັກທຸລະກິດຍິງຫວຽດນາມຍຸກສະໄໝໂຮ່ຈິມິນ

ປະທານປະເທດເຂົ້າຮ່ວມລາຍການພົບປະແລກປ່ຽນກັບນັກທຸລະກິດຍິງຫວຽດນາມຍຸກສະໄໝໂຮ່ຈິມິນ - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ກັບ
ນັກ​ທຸ​ລະ​ກິດ​ຍິງ​ຫວຽດ​ນາມ​ຍຸກ​ສະ​ໄໝ​ໂຮ່​ຈິ​ມິນ
(ພາບ: TTXVN)


(vovworld) - ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ກັບນັກ​ທຸ​ລະ​ກິດ​ຍິງ​ຫວຽດ​ນາມ​ຍຸກ​ສະ​ໄໝ​ໂຮ່​ຈິ​ມິນ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/04, ຢູ່​ຮ່າ​ໂນ້ຍ, ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ທຸ​ລະ​ກິດ​ຍິງກວ່າ 300 ຄົນ​ທີ່​ຕາງ​ໜ້າ​ໃຫ້​ນັກ​ທຸ​ລະ​ກິດ​ຍິງພາຍ​ໃນ​ປະ​ເທດ​ນັບ​ພັນ​ຄົນ.

        ອວຍ​ພອນ 9 ໝູ່​ຄະ​ນະ ແລະ 79 ສ່ວນ​ບຸກ​ຄົນ​ເຊິ່ງ​ແມ່ນ​ແມ່​ຍິງ​ດີ​ເດັ່ນ​ທີ່​ເປັນ​ກຽ​ດ​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ລາຍ​ການ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອ​ງ​ຖັນ​ແຖວ​ນັກ​ທຸ​ລະ​ກິດ​ຍິງ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

        “ແມ່​ຍິງ​ຫວຽດ​ນາມ ເປັນ​ກຽດ​ໄດ້​ຮັບ 8 ຄຳ​ຈາກ​ປະ​ທານ​ໂຮ່​ຈິ​ມິນ ທີ່​ວ່າ “ອົງ​ອາດ​ກ້າ​ຫານ - ບໍ່​ຍ້ອມ​ຈຳ​ນົນ, ​ສັດ​ຊື່ບ​ໍ​ລິ​ສຸດ, ວຽກ​ບ້ານກ​ໍ​ເຮ​ືອງ, ວຽກ​ເມືອ​ງ​ກໍ​​ເດັ່ນ”. ໃນ​ໄລ​ຍະ​ປ່ຽນແປ່ງ​ໃໝ່, ດ້ວຍ​ຄວາມ​ເກັ່ງ​ກາ​ສາ​ມາດ, ພູມ​ປັນ​ຍາ, ຄວາມ​ຂະ​ຫຍັນ​ຂັນ​ເຄື່ອ​ນ ແລະ ຄຸນ​ສົມ​ບັດເປັນ​ຄົນ​ດູ​ໝ​ັ່ນ​ຂະ​ຫຍັນ​ພຽ​ນ, ແມ່​ຍິງ​ຫວຽດ​ນາມ ​ຍາມ​ໃດ​ກໍ່ມາ​ນະ​ພະ​ຍາ​ຍາມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ສືບ​ຕໍ່​ມີ​ການ​​ອຸ​ທິ​ສ່ວນ, ປະ​ກ​ອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ທຸກ​ຂົງ​ເຂດ. ໃນ​ນັ້ນ, ຖັນ​ແຖວ​ນັກ​ທຸ​ລະ​ກິ​ດ​ຍິງ ໄດ້​ເຕີບ​ໃຫຍ່​ຢ່າງບໍ່​ຢຸດຢັ້ງໃນ​ທຸກ​ດ້ານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັ​ງ​ຄົມ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ, ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼ​ຸດ​ຜ່ອນ​ຄວາມ​ທຸກ​ຍາກ… ຢ່າງ​ມີ​ໄຊ”.

ຂ່າວ/ບົດ​ອື່ນ