ປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

ປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ - ảnh 1

ທ່ານປະ​ທານ​ປະ​ເທດ​ເຈີນ​ດ້າຍກ​ວາງ ​ຕ້ອນ​ຮັບທ່ານ Kyaw Soe Winເອກ​ອັກ​ຄະ​ລັດ​ຖະ​ທູດຄົນ​ໃໝ່​​ຂອງ​ມຽນ​ມາ ເຂົ້າ​ຍືນ​ສານ​ຕາ​ຕັ້ງ


(vovworld)- ວັນ​ທີ 8/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກ​ວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ບາງ​ປະ​ເທດ​ຄື: ສ.ເຊັກ​ໂກ, ສ. ອັກ​ຊັງ​ຕີນ, ມົງ​ກົນ, ສະ​ຫະ​ພາບ​ມຽນ​ມາ, ​ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ແຕ່ງ​ຕັ້ງ​ມາ​ຮັບ​ໜ້າ​ທີ່ການ​ທູດ​ຢູ່​ຫວຽດ​ນາມ.       ທີ່​ບັນ​ດາ​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກ​ວາງ ຢືນ​ຢັນ​ວ​່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ຫວຽດ​ນາມ​ພ້ອມ​ແລ້ວ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ຊອກ​ຮູ້​ຕະຫຼາດ ແລະ ກາ​ລະ​ໂອ​ກາດ​ທຳ​ມາ​ຄ້າ​ຂາຍ​ຢູ່​ຫວຽດ​ນາມ, ເປັນ​ຕົນ​ແມ່ນ​ຂົງ​ເຂດ​ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, ຮັກ​ສາ​ສິ່ງ​ແວດ​ລ້ອມ, ບຳ​ລຸງ​ສ້າງວິ​ຊາ​ຊີບ, ແຮງ​ງານ. ທີ່​ການ​ຕ້ອນ​ຮັບທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​​ເຊັກ​ໂກ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກ​ວາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຊົມ​ເຊີຍ​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ Zeman ດຳ​ເນີນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ທີ່​ຫວຽດ​ນາມ​ໃນ​ເດືອນ 6/2017. ທີ່​ການ​ຕ້ອນ​ຮັບທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ມຽນ​ມາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກ​ວາງ ສະ​ເໜີ​ມຽນ​ມາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ, ສະ​ໜັບ​ສະ​ໜູນ​ວິ​ສາຫະ​ກິດ​ຫວຽດ​ນາມ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ຊົງ​ເຂດ​ຕ່າງໆຢູ່​ມຽ​ນມາ.
ຂ່າວ/ບົດ​ອື່ນ