ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ

(VOVWORLD) -ຕອນເຊົ້າວັນທີ 23 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ Sergey Shoygu ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ)

ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນຫຼິກ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບສະຫະພັນລັດເຊຍ ໃນທຸກຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ຮ່ວມມືດ້ານເຕັກນິກການທະຫານ ສືບຕໍ່ສວມບົດບາດສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບກະຊວງປ້ອງກັນປະເທດລັດເຊຍ ແລະ ບັນດາຄູ່ຮ່ວມມືລັດເຊຍ ໄດ້ປະຕິບັດບັນດາໜ້າທີ່ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

        ກ່ອນໜ້ານັ້ນ, ທ່ານພົນເອກ ໂງຊວນຫຼິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ Shoygo Sergey Kuzhugetovich, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໄດ້ມີການເຈລະຈານຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ