ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ)
(vovworld) - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ Hul Phany ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ. ຕອນບ່າຍວັນທີ 28/07, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການປັບປຸງການພົວພັນ ແລະ ເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງຫວຽດນາມ ແລະ ກຳປູເຈຍ. ທ່ານປະທານປະເທດ ຖືວ່າ, ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດໃນໄລຍະຜ່ານມາໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາເປັນປະຈຳ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບການຍູ້ແຮງ; ການຮ່ວມມືດ້ານສຶກສາ, ບຳລຸງສ້າງ, ວັດທະນະທຳນັບມື້ນັບພັດທະນາ. ໃນບັນດາຜົນງານດັ່ງກ່າວ, ທ່ານເອກອັກຄະລັດຖະທູດ Hul Phany ໄດ້ສວມບົດບາດສຳຄັນແມ່ນຂົວຕໍ່ ແລະ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ Hul Phany ຈະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ ແລະ ສືບຕໍ່ປະກອບສ່ວນຫຼາຍຢ່າງເຂົ້າໃນການພົວພັນລະຫວ່າງ 2 ປະເທດ.