ປະທານປະເທດເຈີນດ້າຍກວາງຖະຫວາຍທູບທຽນບູຊາ ອາໄລຫາທ່ານປະທານໂຮ່ຈິມິນ

    ປະທານປະເທດເຈີນດ້າຍກວາງຖະຫວາຍທູບທຽນບູຊາ ອາໄລຫາທ່ານປະທານໂຮ່ຈິມິນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຖະ​ຫວາຍ​ທູບ​ທຽນ​ບູ​ຊາ ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​


(vovworld)- ຕອນ​ເຊົ້າ​ວັນ​ທີ 10/4, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ຖະ​ຫວາຍ​ທູບ​ທຽນ​ບູ​ຊາ ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ໂຮ່​ຈິ​ມິນ​ທີ່​ເມືອງ​ບາ​ວີ່, ຊານ​ນະ​ຄອນ​ຮ່າ​ໂນ້ຍ. ເມື່ອ​ໂອ້​ລົ​ມກັບພະ​ນັກ​ງານ, ກຳ​ມະ​ກອນ​ພາ​ລະ​ກອນ, ນົກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ໊າ​ທີ່​ຢູ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້ຕີ​ລາ​ຄາ​ສູງ​ພະ​ນັກ​ງານ, ນັກ​ຮົບ​ກອງ​ບັນ​ຊາ​ການ​ປົກ​ປັກ​ຮັກ​ສາ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມິນ ຊຶ່ງ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ໃນ​ການ​ປົກ​ປັກ​ຮັກ​​ ສາ ເຂດ​ອະ​ນຸ​ສອນ​ສະ​ຖານ​ໂຮ່​ຈິ​ມິນ​ແຫ່ງນີ້. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້ປູກ​ຕົ້ນ​ໄມ້​ເປັນ​ທີ່​ລະ​ນຶກ​ຢູ່​ແຫ່ງນີ້.

ຂ່າວ/ບົດ​ອື່ນ