ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ບິງດິ້ງ


ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ບິງດິ້ງ - ảnh 1
ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງຢ້ຽມຢາມ​ທ່າ​ກຳ​ປັ່ນ​ກຸຍ​ເຍິນ

(ພາບ :Nguyễn Khang/TTXVN)

(vovworld)- ​ໃນ​ວັນ​ທີ 20-21/2, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບິງ​ດິ້ງ.

   ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ກວດກາ​ສະພາບ​ການ​ຫາ​ປາຢູ່​ປາກ​ທະ​ເລ​ຕາມ​ກວານ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ​ຢູ່​ແຂວງ​ບິງ​ດິ້ງ.

  ​ເມື່ອ​ໄປ​ຢ້ຽມຢາມ​ເຂດ​ເສດຖະກິດ​ເຍິນ​ໂຮ້ຍ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ດຶງ​ດູດ​ເງິນ​ລົງທຶນ​ຢູ່​ເຂດ​ອຸດສາຫະກຳ​ຈຸດ​ສຸມ​ຂອງ​ແຂວງ​ບິງ​ດິ້ງ. ພາຍຫຼັງ​ໄປ​ກວດ​ສະພາບ​ການ​ຢູ່​ບັນດາ​ເຂດ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ບິງ​ດິ້ງ. ທ່ານ​ຕີ​ລາຄາ​ສູງ​ການ​ປະດິດ​ສ້າງ​ຂອງ​ແຂວງ​ໃນ​ການ​ສ້າງ​ບັນດາ​ຮູບ​ແບບ​ໜ່ວຍ​ຂຸດ​ຄົ້ນຫາ​ສິນ​ໃນ​ນ້ຳ, ພັດທະນາ​ການ​ບໍລິການ​ອາຊີບ​ຫາ​ປາ. ທ່ານ​ກໍ່​ເຫັນ​ດີ​ກັບ​ບັນດາ​ມາດ​ຕະການ​ຂອງ​ບິງ​ດິ້ງ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຮັດ​ໃຫ້​ໂສມ​ໜ້າ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ​ມີ​ການ​ປ່ຽນ​ແປງ.

  ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ໃຫ້​ແຂວງ​ພັດທະນາ​ແບບ​ຍືນ​ຍົງ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ສະ​ເໜີ​ໃຫ້​ແຂວງ​ຈົ່ງ​ເອົາ​ໃຈ​ໃສ່​ເລືອກ​ເຟັ້ນບັນດາ​ນັກ​ລົງທຶນ​ທີ່​ມີ​ຄວາມ​ສາມາດ, ສົມທົບ​ການ​ພິສູດ​ຕົວ​ຈິງ​ກັບ​ວິ​ໃສ​ທັດ​ອະນາຄົດ, ຮັບປະກັນ​ນຳ​ໃຊ້​ບັນດາ​ແຫຼ່ງກຳ​ລົງ​ທຶນ​ຢ່າງ​ມີ​ປະສິດທິ​ຜົນ./.

ຂ່າວ/ບົດ​ອື່ນ