ປະທານປະເທດເຈືອງເຈີ໋ນຊາງຕ້ອນຮັບຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ

ປະທານປະເທດເຈືອງເຈີ໋ນຊາງຕ້ອນຮັບຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ຕ້ອນຮັບທ່ານນາງ Victoria Kwakwa
(ພາບ: TTXVN)

(vovworld) – ​ ​ ວັນ​ທີ 30/03, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ (WB) ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມ​ອຳ​ລາ​​ເນື່ອງ​ໃນ​ໂອກາດສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຂອບ​ໃຈ WB ​ແລະ ທ່ານ​ນາງ Kwakwa ​ໄດ້​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ບັນດາ​ໄລຍະ​ ທີ່ປະ​ເທດ​ຊາດປະສົບ​ກັບ​ຄວາມຫຍຸ້ງ​ຍາກ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: ບັນດາ​ໂຄງການ​ຂອງ WB ​ໄດ້​ຊ່ວຍ ຫວຽດນາມ ລົບ​ລ້າງ​ຄວາມ​ອິດ​ຫຶ​ວຫລຸດ​ຜ່ອນ​ຄວາມທຸກ​ຍາກ, ສຳ​ເລັດ​​ເປົ້າໝາຍສະຫັດ​ສະ​ວັດ, ປະກອບ​ສ່ວນ​​ເຮັດ​ໃຫ້​ປ່ຽນ​ແປງ​ດ້ານ​ຊີວິດ​ການ​ເປັນ​ຢູ່ ​ເສດຖະກິດ - ສັງຄົມ​ຢູ່​ຫລາຍ​ທ້ອງ​ຖິ່ນ​ຂອງ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ: ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ດ້ານ​ການ​ເງິນ, WB ສືບ​ຕໍ່ທາ​ບທາມ​ຄຳ​ເຫັນ​ກ່ຽວ​ກັບ​ນະ​ໂຍບາຍ, ຊ່ວຍ ຫວຽດນາມ ​ເພີ່ມ​ເຕີມ​ບົດຮຽນ​ສາກົນ​ໃນການວາງນະ​ໂຍບາຍ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ: ການ​ຜັນ​ແປ​ຂອງ​ສະພາບ​ການ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແກ່ຍາວ​ຢູ່​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ​ແລະ ຫລາຍ​ແຂວງ​ນະຄອນ ພວມ​ແມ່ນ​ບັນຫາ​ຮ້ອນ​ເຮັ່ງ, ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫລວງ ຕໍ່​ພື້ນຖານ​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

        ສ່ວນ​ທ່ານ​ນາງ Kwakwa ຢືນຢັນ​ວ່າ: WB ຈະ​ມານະ​ພະຍາຍາມ, ສືບ​ຕໍ່​ສົມທົບ​ກັບ​ບັນ​ດາ​ກະຊວງ, ຂະ​ແໜງ​ການ, ທ້​ອງຖິ່ນ ຫວຽດນາມ ​ເພື່ອ​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແບ່ງປັນ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ປະທານ​ປະ​ເທດ, ທ່ານ​ນາງ Kwakwa ຢືນຢັນ​ວ່າ: ທະນາຄານ​ໂລກ ຍາມ​ໃດ​ກໍ່ສ້າງ​ທຸກ​ເງື່ອນ​ໄຂ ​ແລະ ພ້ອມ​ແລ້ວ​ສະໜັບສະໜູນ ຫວຽດນາມ.
     ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທີ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ (WB) ປະຈຳ ຫວຽດນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ WB ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ​ທາງ​ດ້ານ​ແຫຼ່ງກຳ​ລັງ, ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ, ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງ​ສຳ​ເລັດ​ຜົນ, ຮັກ​ສາ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້ ແລະ ບືນ​ຕົວ​ຂຶ້ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ