ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນຈາກພົນຕີຂຶ້ນພົນໂທໃຫ້ແກ່ບັນດານາຍທະຫານ 4 ທ່າ່ນຂອງກອງທັບປະຊາຊົນຫວຽດນາມ
|
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 25 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ, ຕອນບ່າຍວັນທີ 19/12, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນຈາກພົນຕີຂຶ້ນພົນໂທໃຫ້ແກ່ບັນດານາຍທະຫານຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ. ໃນນັ້ນມີ ພົນຕີ ເລືອງເກືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ພົນຕີ ວໍ້ຕ້ຽນຈຸງ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາດ. ທີ່ພີິທີເລື່ອນຊັ້ນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢືນຢັນວ່າ ນີ້ແມ່ນບັນດານາຍທະຫານທີ່ດີເດັ່ນຂອງພັກ, ລັດ ແລະ ກອງທັບ ທີ່ມີຜົນງານດີເດັ່ນໃນການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ສະເໜີບັນດານາຍທະຫານຈົ່ງສືບຕໍ່ຝຶກຝົນ ຫຼໍ່ຫຼອມ, ຍົກສູງຄຸນສົມບັດສິນທຳປະຕິວັດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງ, ສູ້ຮົບຂອງກອງທັບໃນສະພາບການໃໝ່.