(vovworld) – ຕອນບ່າຍວັນທີ 02/03, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Mikhailovich Lebedev, ປະທານສານສູງສຸດສະຫະພັນລັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ຫວ່າງມໍ່ໆມານີ້ໄດ້ມີການພັດທະນາຢ່າງແຮງ, ເຂົ້າສູ່ລວງເລິກ ແລະ ນັບມື້ນັບມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີຂົງເຂດຮ່ວມມືຍຸດຕິທຳ. ທ່ານປະທານປະເທດ ສະແດງຄວາມຫວັງວ່າ, ພ້ອມກັບການສະໜັບສະໜູນ, ການຊ່ວຍເຫຼືອຂອງການນຳສານສູງສຸດ 2 ປະເທດ ແລະ ຄວາມມານະພະຍາຍາມປະຕິບັດບັນດາຂໍ້ຕົກລົງ, ການພົວພັນຮ່ວມມືລະຫວ່າງສານປະຊາຊົນສູງສຸດ 2 ປະເທດ ຈະນັບມື້ນັບພັດທະນາ, ບັນລຸປະສິດທິຜົນຢ່າງແທດຈິງ.
ສ່ວນທ່ານປະທານສານສູງສຸດສະຫະພັນລັດເຊຍ Mikhailovich Lebedev ໃຫ້ຮູ້ວ່າ, ໃນປີ 2008, ສານສູງສຸດ 2 ປະເທດໄດ້ລົງນາມຂໍ້ຕົກລົງຮ່ວມມື. ຕາມນັ້ນແລ້ວ, ໃນຫຼາຍປີຜ່ານມາ, ການຮ່ວມມື, ການໜູນຊ່ວຍເຊິ່ງກັນ ແລະ ກັນໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີນຳກັນສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຊ່ຽວຊານ; ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ສານຂັ້ນແຂວງ 2 ປະເທດແຮກສ່ຽວກັນ ແລະ ເພີ່ມທະວີການຮ່ວມມືນຳກັນ.
ພາຍຫຼັງການຕ້ອນຮັບ,ໂດຍຕາງໜ້າໃຫ້ລັດຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານ Mikhailovich Lebedev, ປະທານສານສູງສຸດສະຫະພັນລັດເຊຍ.