ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ປະດັບຫຼຽນໄຊໂຮ່ຈິມິນໃສ່ທຸງຂອງຂະແໜງກົດລັບ |
(vovworld)- ວັນທີ 12/9,ເມື່ອມາຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ຂະແໜງກົດລັບຫວຽດນາມ(12/9) , ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາວິລະກຳທີ່ດີເດັ່ນຂອງ ຂະແໜງກົດລັບໃນຕະຫຼອດ 70 ປີທີ່ຜ່ານມາ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຖືວ່າ ປະຈຸບັນ, ສະພາບການໂລກ ແລະ ພາກພື້ນສືບຕໍ່ຜັນໄປຢ່າງສັບສົນ, ພ້ອມກັບເລື່ອງບັນດາອິດທິກຳລັງເປັນປໍລະປັກເພີ່ມທະວີເລ່ລຽມກົນອຸບາຍ ຫວັງມ້າງເພທຳລາຍລັດຫວຽດນາມ. ສະພາບການນີ້ ໄດ້ເຮັດໃຫ້ ຂະແໜງກົດລັບຢືນຢູ່ຕໍ່ໜ້າສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການໃໝ່. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ :
“ ໂດຍແມ່ນຂະແໜງວິທະຍາສາດເຕັກນິກທີ່ເຄື່ອນໄຫວລັບ, ພິເສດແມ່ນຂຶ້ນກັບຂົງເຂດຄວາມສະຫງົບແຫ່ງຊາດ, ໃນໄລຍະປະຈຸບັນ, ຂະແໜງກົດລັບຄວນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ໃຫ້ບຸລິມະສິດລົງທຶນ ສ້າງບາດກ້າວບຸກທະລຸເພື່ອນຳຂະແໜງກ້າວຂຶ້ນເປັນກຳລັງຫຼວງ, ທັນສະໄໝ. ພ້ອມກັນນັ້ນ, ຂະແໜງກົດລັບຄວນສືບຕໍ່ເສີມຂະຫຍາຍບົດບາດເປັນກຳລັງສະເພາະກິດປົກປັກຮັກສາຂໍ້ມູນລັບຂອງລັດ, ເປັນເຈົ້າການເປັນເສນາທິການໃຫ້ແກ່ພັກ, ລັດກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການກຳນົດທິດ, ຍຸດທະສາດພັດທະນາໃນຂົງເຂດຮັກສາຄວາມລັບ, ຄວາມປອດໄພດ້ານຂໍ້ມູນຂ່າວສານແຫ່ງຊາດ. ”