ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໃຫ້​ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ
(vovworld)-  ​ຕອນ​ເຊົ້າ​ວັນ​ທີ 26/12 ຢູ່ ຮ່າ​ໂນ້ຍ, ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ (Vinatex) ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລ​ີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ຮັບ​ນາ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ. ເຂົ້າ​ຮ່ວມ​ພິ​ທີ, ມີ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເນັ້ນ​ຫນັກ​ວ່າ: ພ້ອມ​ກັບ​ວິ​ວັດ​ການ​ປ່ຽນ​ໃຫມ່​ຂອງ​ປະ​ເທດ​ຊາດ, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ,  ນຳ​ຫວຽດ​ນາມ​ເຂົ້າ​ບັນ​ຊີ​ລາຍ​ຊື່ 5 ປະ​ເທດ​ນຳ​ຫນ້າ​ໃນ​ການ​ຜະ​ລິດ, ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ໃຫຍ່ກວ່າ​ໝູ່​ໃນ​ໂລກ. ເພື່ອ​ໃຫ້​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ທີ່​ວາງ​ອອກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ເຫນີ​ວ່າ:

           “ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ສູ້​ຊົນ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ​ໃຫ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ ແມ່ນ 6 ຕື້ USD, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານກວ່າ 300.000 ຄົນ ຄື​ດັ່ງ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ເວົ້າ​ລ​ວມ ແລະ ແຕ່​ລະ​ຜະ​ລິດ​ຕະ​ພັນ​ເວົ້າ​ສະ​ເພາະ, ພັດ​ທະ​ນາ​ບັນ​ດາ​ຕະ​ຫລາດ​ທີ່​ມີ​ຢູ່​ແລ້ວ​ປະ​ຈຸ​ບັນ​ຢ່າງ​ໝັ້ນ​ແກ່ນ, ເປັນ​ເຈົ້າ​ການ​ແຊກ​ຊືມ​ຕະ​ຫລາດ​ໃຫມ່ ເປັນ​ຕົ້​ນ​ແມ່ນ​ຕະ​ຫລາດ​ມີ​ການ​ລົງ​ນາມ​ໃນ​ສ​ັນ​ຍາ​ກາ​ນ​ຄ້າ​ເສ​ລີ​ກັບ​ຫວຽດ​ນາມ.”

ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໃຫ້​ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ