ປະທານປະເທດເຈືອງເຕີນຊາງເປັນປະທານວາລະປະຊຸມຄັ້ງທີ20ຄະນະຊີ້ນຳປະຕິຮູບຕຸລາການສູນກາງ

ປະທານປະເທດເຈືອງເຕີນຊາງເປັນປະທານວາລະປະຊຸມຄັ້ງທີ20ຄະນະຊີ້ນຳປະຕິຮູບຕຸລາການສູນກາງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ, ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 20, ປຶກ​ສາ​ຫາ​ລື​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ “ປ່ຽນ​ໃໝ່​ກົນ​ໄກ​ຈັດ​ແບ່ງ​ງົບ​ປະ​ມານ​ໃຫ້​ສານ​ປະ​ຊາ​ຊົນ​ຕາມ​ຈິດ​ໃຈ​ມະ​ຕິ 49 ຂອງ​ກົມ​ການ​ເມືອງ” ແລະ ແຜນ​ຮ່າງ “ປ່ຽນ​ໃໝ່​ກົນ​ໄກ​​ຈັດ​ແບ່ງ​ງົບ​ປະ​ມານ​ໃຫ້​ແກ່​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອ​ຕ້ອງ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ”. ທີ່​ວາ​ລະ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮ​ູບ​ສູນ​ກາງ​ຕີ​ລາ​ຄາ 2 ແຜນ​ຮ່າງ​​ລວບ​ລວມ​ໄດ້ສະ​ພາບ​ຕົວ​ຈິງ​ການ​ວາງ​ແຜນ​ງົບ​ປະ​ມານ, ​ການ​ຈັດ​ແບ່ງ​ງົບ​ປະ​ມານ​ສູນ​ກາງ​​ແມ່ນ​ຕິດ​ແທດ​ກັບ​ສະ​ພາບ​​ຕົວ​ຈິງໂດຍ​ພື້ນ​ຖານ.

        ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃໝ່, ກົນ​ໄກ​​ຈັດ​ແບ່ງ​ງົບ​ປະ​ມານ​ໃຫ້​ແກ່​ສານ​ປະ​ຊາ​ຊົນ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ຖື​ວ່າ: ເລື່ອງ​ປ່ຽນ​ໃໝ່​ກົນ​ໄກ​​ຈັດ​ແບ່ງ, ຄຸ້ມ​ຄອງ​ການ​ນຳ​ໃຊ້​ງົບ​ປະ​ມານ, ປະ​ກອ​ບ​ສ່ວນ​ປະ​ຕິ​ບັດ​ຈຸດ​ໝາຍ “ສ້າງ​ພື້ນ​ຖານ​ຍຸ​ຕິ​ທຳ​ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ເຂັ້ມ​ງວດ, ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ, ຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ປະ​ເທດ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ, ການ​ເຄື່ອນ​ໄຫວ​ຕຸ​ລາ​ການ​ເຊິ່ງ​ຈຸດ​ສຸມ​ແມ່ນ​ການ​ເຄື່ອນ​ໄຫວ​ພິ​ພາກ​ສາ ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຜົນ​ສັກ​ສິດ​ສູງ”. ດັ່ງ​ນັ້ນ, ຄວນ​ມີ​ກົນ​ໄກ​​ຈັດ​ແບ່ງ, ຄຸ້ມ​ຄອງ, ນຳ​ໃຊ້​ງົບ​ປະ​ມານ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສານ​ປະ​ຊ​ຊົນ​ປະ​ຕິ​ບັດ​ພາ​ລະ​ໜ​້າ​ທີ່, ໜ້າ​ທີ່​ຂອງ​ຕົນ​ຕາມ​ຂໍ​້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ