ປະທານປະເທດເຈືອງເຕີນຊາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງອີຣານ

ປະທານປະເທດເຈືອງເຕີນຊາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງອີຣານ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ຢ້ຽມຢາມທາງລັດຖະກິດເຖິງອີຣານ)


(vovworld) –​ ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງ ເຕ​ເຮ​ຣານ, ເລີ່ມ​ຕົ້​ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ສ.ອິດ​ສະ​ລາມ​ອີ​ຣານ ໃນ​ລະ​ຫວ່າງວັນ​ທີ 13 – 16/03. ໃນ​ເວ​ລາ 13 ໂມງ, ຕ​ອນ​ບ່າຍວັ​ນ​ທີ 14/03, ຕາມ​ເວ​ລາ​ຮ່າ​ໂນ້ຍ, ພິ​ທີຕ້ອນຮັບ​ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ ແລະ ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຖືກ​ຈັດ​ຂຶ້​ນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ສະ​ແດງ​ຄວາມ​​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຕ້ອນ​ຮັບ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈ​ືອງ​ເຕີນ​ຊາງ ມາ​ຢ້ຽມ​ຢາ​ມ​ທ​າງ​ລັດ​ຖະ​ກິດ​ເຖິງ​ອີ​ຣານ. ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ຕ້ອນ​ຮັບສູງ​ສຸດ​​ທີ່​ສະ​ຫງວນ​ໃຫ້​ປະ​ມຸກ​ລັດ.

ຂ່າວ/ບົດ​ອື່ນ