ປະທານປະເທດເຈືອງເຕີນຊາງແລະປະທານາທິບໍດີເຢຍລະມັນຈັດການປະຊຸມຂ່າວ

ປະທານປະເທດເຈືອງເຕີນຊາງແລະປະທານາທິບໍດີເຢຍລະມັນຈັດການປະຊຸມຂ່າວ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ແລະ ປະທານາທິບໍດີເຢຍລະມັນຈັດການປະຊຸມຂ່າວ)

(vovworld) - ​ພາຍ​ຫຼັງ​ການ​ເຈ​ລະ​ຈາ​ຢ່າງ​ເປີດ​ອົກ​ເປີດ​ໃຈ ແລະ ໄວ້​ເນື້ອ​ເຊື່ອ​ໃຈ ຕອນ​ເຊົ້າ​ວັ​ນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ ເຈືອ​ເຕີ​ນ​ຊາງ ແລະ ທ່ານ​ປະ​​​​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ​ ແລະ ສາ​ກົນ. ຕາ​ມ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລ້ວ, ທີ່​ການ​ເຈ​ລະ​ນາ, 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົບ​ປະ​ທຸກ​ຂັ້ນ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄດ້​ຮ່ວມ​ມື 2 ຝ່າຍ​​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ. 2 ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ບົນ​ເວ​ທີ​ປາ​ໄສ​ພາກ​ພື້​ນ​ ແລະ ສາ​ກົນ ແລະ ກໍ​ຕາມ​ທ່ານ​ປະ​ທານ​ປະ​ເທດ​ແລ້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ລົງ​ທຶນ, ດ​ຳ​ເນີນ​ທຸ​ລະ​ກິດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ (EU) ​ໃກ້ຈະ​ໄດ້​ຮັບ​ການ​ລົງ​ນາ​ມ​. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເຢ​ຍ​ລະ​ມັນ ກໍ​ຄື​ກັບ​ພາ​ກ​ພື້ນ EU.

      “ເອີ​ລົບ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນ​າມ ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ຫວຽດ​ນາມ ແລະ EU ໄດ້​​ດຳ​ເນີນ​ການເຈ​ລະ​ຈາ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ FTA ເປັນ​ເວ​ລາ​ຫຼາຍ​ປີ​ແລ້ວ. ເມື່ອ​ສັນ​ຍາ​ໄດ້​ຮັບ​ການ​ຮັບ​ຮອງ​ເ​ອົາ, ຫວຽດ​ນາມ, EU ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ພົວ​ພັນ​ອັນ​ດີິ​ງາມ​ໃນ​ຫຼາຍ​ຂົງ​ເຂດ​ຄື​ການ​ຄ້າ, ການ​ລົງ​ທຶນ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແນ່ນອນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ​ຈະ​ໄ​ດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ບົນ​ພື້ນ​ຖານ​ຂໍ້​ຕົກ​ລົງ FTA, 2 ຝ່າຍ​ຕັດ​ສິນ​ໃຈ​ຍົກ​ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ - ເຢຍ​ລະ​ມັນ ຂຶ້ນ​ທົບ 2 ເທົ່​າ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ເຢຍ​ລະ​ມັນ​ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ - EU ເວົ້າ​ລວ​ມ ຈະ​ມ​ີ​ບາດ​ກ້າວ​​ພັດ​ທະ​ນາໄໝ່​ອັນ​ດີ​ງາມ”.

      ​ແລະກໍ​ຢູ່​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ, 2 ຝ່າຍ​ໄດ້​ແລກ​ປ່ຽນ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​​ຕໍ່​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​​ສະ​ຫງົບປອດ​ໄພ, ຊຸກ​ຍູ້​ການ​ຮ່ວມ​ມື ແລ​ະ ພັດ​ທະ​ນາ​ຢູ່​ໃນ​ໂລກ. ການ​ນຳ 2 ປ​ະ​ເທດ​ໄ​ດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ການ​​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກົດໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ​ປີ 1982 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າ​ຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

      ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ໃຫ້​ຮູ້​ວ່າ, ສາ​ທາ​ລະ​ນະ​ລັດສະ​ຫະ​ພັນ​ເຢຍ​ລະ​ມັນ ແລະ ປະ​ຊາ​ຄົມ​ເອີ​ລົບ ແບ່ງ​ປັນ​ບັນ​ດາ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joachim Gauck ແລ້ວ, ສາ​ທາ​ລະ​ນະ​ລັດສະ​ຫະ​ພັນ​ເຢຍ​ລະ​ມັນ ໄດ້​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ແລະ ພ້ອມ​ແລ​້ວ​ທີ່​ຈ​ະ​ໜູນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ