ປະທານສະພາສູງ ມຽນມາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ວັນທີ 10 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສາທາລະນະລັດສະຫະພາບ ມຽນມາ ໂດຍທ່ານ Mahn Win Khaing Than, ປະທານສະພາສູງທັງເປັນປະທານສະພາແຫ່ງຊາດ, ນຳໜ້າ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 


ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ດຳເນີນໄປແຕ່ວັນທີ 10 -16/5/2017. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາສູງທັງເປັນປະທານສະພາແຫ່ງຊາດ Mahn Win Khaing Than ປະກອບສ່ວນຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ມຽນມາ ຢ່າງຕັ້ງໜ້າກ່ວາ, ຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງ 2 ຝ່າຍ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບັນດາບັນຫາການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດໃນໄລຍະຈະມາເຖິງ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ