ປະທານສະພາແຫ່ງຊາດ ມົງໂກນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ: ເລື່ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດຈະປະກອບສ່ວນຊຸກຍູ້ບັນດາຂົງເຂດຮ່ວມມືອື່ນໆພ້ອມກັນພັດທະນາ. 
ປະທານສະພາແຫ່ງຊາດ ມົງໂກນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ Miyegombo Enkhbold ແລະ ພັນລະຍາ ໄດ້ໄປຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ 

ວັນທີ 23 ມັງກອນ, ທ່ານ Miyegombo Enkhbold, ປະທານສະພາແຫ່ງຊາດ ມົງໂກນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ມົງໂກນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 23 ມັງກອນ 2018, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ; ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ…

        ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ: ເລື່ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດຈະປະກອບສ່ວນຊຸກຍູ້ບັນດາຂົງເຂດຮ່ວມມືອື່ນໆພ້ອມກັນພັດທະນາ. ເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດກ່ວາອີກ, 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ ຄວນເພີ່ມທະວີການພົວພັນ ແລກປ່ຽນ, ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນຳການພົວພັນ 2 ປະເທດກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ, 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາເອກະສານທີ່ລົງນາມໃນບັນດາຂົງເຂດສຳຄັນຢ່າງມີປະສິດທິຜົນຄື: ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການເຈລະຈາ…

        ກ່ຽວກັບການຮ່ວມມືລະຫວ່າງອົງການນິຕິບັນຍັດ, 2 ຝ່າຍເຫັນດີວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມາທິການ ແລະ ສະມາຊິກສະພາແຫ່ງຊາດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຊິ່ງເປັນພື້ນຖານໃນການພົວພັນ ເລິກເຊິ່ງ, ກ້ວາງຂວາງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ. 2 ຝ່າຍສືບຕໍ່ເສີມຂະຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ