ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຖະ​ຫວາຍ​ດອກ​ໄມ້​ຈູດທູບ​ທຽນ​ຢູ່​ອະ​ນຸ​​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ​ ​ຢູ່ ມົດ​ສະ​ກູ

(VOVWORLD) -   ໃນເວລາ 13 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ) ກົງກັບ 17 ໂມງ 30 ນາທີ ຕາມເວລາ ຫວຽດນາມ, ວັນທີ 08 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Vnukovo, ນະຄອນຫຼວງ ມົດສະກູ, ເລີ່ມຕົ້ນການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ. ການຢ້ຽມຢາມ ໄດ້ດຳເນີນຕາມຄຳເຊີນຂອງທ່ານປະທານສະພາຕ່ຳ ດູມາ ລັດເຊຍ Vyacheslav Victorovich Volodin ແລະ ທ່ານປະທານສະພາສູງ ລັດເຊຍ ນາງ Valentina Ivanovna Matvienko.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຖະ​ຫວາຍ​ດອກ​ໄມ້​ຈູດທູບ​ທຽນ​ຢູ່​ອະ​ນຸ​​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ​ ​ຢູ່ ມົດ​ສະ​ກູ - ảnh 1ຄະນະກົ້ມຫົວໄຫວ້ອາໄລ 1 ນາທີ ເພື່ອລະນຶກເຖິງດວງວິນຍານຂອງບັນດານັກຮົບນິລະນາມທີ່ເສຍສະຫຼະຊີວິດເພື່ອຊາດ (ພາບ: qdnd.vn)

ພາຍຫຼັງໄປເຖິງ ມົດສະກູ, ທ່ານປະທານສະພາແຫ່ງຊາດ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີປະທານ ໂຮ່ຈີມິນ; ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມເສຍສະຫຼະຊີວິດເພື່ອຊາດ ຢູ່ກຳແພງວັງ Kremlin, ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມເສຍສະຫຼະຊີວິດເພື່ອຊາດສະຫະພັນ ລັດເຊຍ ຢູ່ນະຄອນຫຼວງ ມົດສະກູ.

        ຕອນຄ່ຳວັນທີ 08 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ມົດສະກູ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະຫະພັນ ລັດເຊຍ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຍາມໃດກໍຖືເປັນສຳຄັນ ແລະ ຖືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ແມ່ນກຳລັງໜູນຂອງຊາດ ແລະ ແມ່ນປັດໄຈສຳຄັນປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ